ພັກກຳອຳນາດຍາດໄດ້ ໄຊຊະນະໃນການ ເລືອກຕັ້ງສະພາຕ່ຳຍີ່ປຸ່ນ
(ພາບ: Kyodo-TTXVN)
(vovworld)– ຕອນເຊົ້າວັນທີ 15/12, ຄະນະກຳມະການເລືອກຕັ້ງຍີ່ປຸ່ນ ໄດ້ປະກາດໝາກຜົນການເລືອກຕັ້ງສະພາຕ່ຳຍີ່ປຸ່ນຄັ້ງທີ 47 ຢ່າງເປັນທາງການ, ຕາມນັ້ນແລ້ວ, ພັກປະຊາທິປະໄຕເສລີ (LDP) ຍາດໄດ້ 291 ທີ່ນັ່ງໃນຈຳນວນທັງໝົດ 475 ທີ່ນັ່ງຢູ່ສະພາຕ່ຳຍີ່ປຸ່ນ. ພ້ອມກັບພັກ NKP, ຄູ່ຮ່ວມມືຂອງ LDP, ສຳພັນທະມິດກຳອຳນາດຍາດໄດ້ 326 ທີ່ນັ່ງ, ກວມ 2/3 ທີ່ນັ່ງໃນສະພາຕ່ຳ. ໄຊຊະນະນະນີ້ແມ່ນປະຖົມປັດໃຈທີ່ສຳຄັນເພື່ອໃຫ້ອຳນາດການປົກຄອງຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຍາດໄດ້ທັງທ່າແຮງ ແລະ ກຳລັງໃນລາຍການເສດຖະກິດ, ການປ້ອງກັນຊາດ ແລະ ການຕ່າງປະເທດໃນ 4 ປີຂ້າງໜ້າ. ຍ້ອນມີທີ່ນັ່ງທັງໝົດລື່ນກາຍຈຳນວນກຳນົດແມ່ນ 266 ທີ່ນັ່ງ, LDP ແລະ NKP ຍາດໄດ້ທີ່ຕັ້ງສຳຄັນນັ້ນແມ່ນປະທານບັນດາອະນຸກຳມະການ ແລະ ກຳມະການສ່ວນຫຼາຍຢູ່ບັນດາອະນຸກຳມະການນີ້./.