ພັກ,ລັດຍາມໃດກໍເອົາໃຈໃສ່ເຖິງຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

ພັກ,ລັດຍາມໃດກໍເອົາໃຈໃສ່ເຖິງຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ - ảnh 1
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ມີ​ຄຸນ​ງາມ​ຄວາມ​ດີ​ແຂວງ ດົ່ງ​ທາບ
(ພາບ: VGP/Lê Sơn)

(vovworld) – ພັກ, ລັດ ຍາມ​ໃດ​ກໍ​ຕີ​ລາ​ຄາ​ສູງ ແລະ ຮູ້​ບຸນ​ຄຸນ​ຕໍ່ການ​ເສຍ​ສະຫຼະ​ຊີ​ວິ​ດ, ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ນັກ​ຮົບ​ເສ​ຍະ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ນັກ​ຮົບເກົ່າ, ຜູ້ມ​ີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ ສຳ​ລັບ​ພາ​ລະ​ກິດ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ, ເສ​ລີ​ພາບ​ໃຫ້​ແກ່​ປະ​ເທດ​ຊາດ. ພັກ, ລັດ​ຍາ​ມ​ໃດ​ກໍ່​ເອົາ​ໃຈ​ໃສ່ ແລະ​ ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ເບິ່ງ​ແຍງ​ດູ​ແລ, ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ເພ​ື່ອ​ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ຂອງ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ. ນັ້ນ​ແມ່ນ​​ຄຳ​ຢືນ​ຢັນ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເມື່ອ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ແຂວງ ດົ່ງ​ທາບ ໃນ​ຕອນ​ເຊົ້າ​ວັນ​ທີ 29/6, ເນື່ອງ​ໃນ​ໂອ​ກາດ​ຄະ​ນະ​ມາ​ຢ້ຽມ​ຢາມ​ນະ​ຄອນຫຼວງ ຮ່າ​ໂນ້ຍ, ເຂົ້າ​​ຄຳ​ນັບສຸ​ສານ​ປະ​ທານ ໂຮ່​ຈີ​ມິນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ໃຫ້​ແຂວງ ດົ່ງ​ທາບ ສືບ​ຕໍ່​ຍູ້​ແຮງ​ການ​ເຄື່ອນ​ໄຫວ “ຕອບ​ບຸນ​ແທນ​ຄຸນ”, ເພື່ອ​​ໃຫ້ວຽກ​ງານ​ເບິ່ງ​ແຍງ​ດູ​ແລ, ຕອບ​ບຸນ​ແທນ​ຄຸນ​ຕໍ່​ການ​ປະ​ຕິ​ວັດ​ນັບ​ມື​ນັບ​ດີ​ງາມ.

 


ຂ່າວ/ບົດ​ອື່ນ