ພັກຮັກສາເດີມປະກາດໂຄງການເຄື່ອນໄຫວອອກສະໝັກເລືອກຕັ້ງຢູ່ ອັງກິດ

(VOVWORLD) - ໃນໂຄງການເຄື່ອນໄຫວອອກສະໝັກເລືອກຕັ້ງຂອງພັກຮັກສາເດີມທີ່ປະກາດໃນວັນທີ 21 ພະຈິກ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໃຫ້ຄຳໝັ້ນສັນຍາວ່າ ພັກຮັກສາເດີມຈະປະຕິບັດໜ້າທີ່ນຳປະເທດ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ) ໃຫ້ສຳເລັດ ແລະ ຈະສ້າງສາ “ປະເທດ ອັງກິດ ໃໝ່”.


        ທ່ານນາຍົກລັດຖະມົນຕີ Johnson ຖະແຫຼງວ່າ ພັກຮັກສາເດີມແມ່ນພັກທີ່ມີຈິດໃຈຂອງບັນດາຜູ້ຮັກສາເດີມສາມັກຄີໃນທົ່ວປະເທດ, ມີຄວາມຫວັງຢາກສ້າງປະເທດ ອັງກິດ ກາຍເປັນສະຖານທີ່ທີ່ດີເພື່ອດຳລົງຊີວິດ.

ພັກຮັກສາເດີມປະກາດໂຄງການເຄື່ອນໄຫວອອກສະໝັກເລືອກຕັ້ງຢູ່ ອັງກິດ - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson  (ພາບ: AFP/TTXVN)

        ໂຄງການເຄື່ອນໄຫວອອກສະໝັກເລືອກຕັ້ງໄດ້ເຕື້ອງເຖິງບັນດາບັນຫາເຊິ່ງບັນດາຜູ້ມີສິດເລືອກຕັ້ງ ມີຄວາມສົນໃຈຄື: ຈັດສົ່ງນາງພະຍາບານຕື່ມອີກ 50.000 ຄົນໄປຍັງເຂດ England ນັບແຕ່ນີ້ຮອດປີ 2025, ຮັດແໜ້ນການຄວບຄຸມຄົນເຂົ້າເມືອງ…ໂຄງການເຄື່ອນໄຫວໃຫ້ຄຳໝັ້ນສັນຍາວ່າ ຈະບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບ ອາເມລິກາ, ອົດສະຕາລີ, ນິວຊີແລນ ແລະ ຍີ່ປຸ່ນ ພາຍໃນເວລາ 3 ປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ