ພັກແຮງງານເມຊິກໂກ ຖືການພົວພັນກັບຫວຽດນາມ ເປັນສຳຄັນ

ພັກແຮງງານເມຊິກໂກ ຖືການພົວພັນກັບຫວຽດນາມ ເປັນສຳຄັນ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ພັກ​ແຮງ​ງານ ເມ​ຊິກ​ໂກ
Alberto Anaya Gutierrez
(ພາບ: impacto.mx)


(vovworld) -     ວັນ​ທີ 25/11, ທ່ານ​ເລຂາທິການ​ໃຫຍ່​ພັກ​ແຮງ​ງານ ເມ​ຊິກ​ໂກ (PT), ຜູ້​ສະມາຊິກ​ສະພາ​ແຫ່ງ​ຊາດ​ສະຫະພັນ Alberto Anaya Gutierrez ​ໃຫ້​ຮູ້​ວ່າ PT ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​​ລະຫວ່າງ​ເມ​ຊິກ​ໂກ ກັບ ຫວຽດນາມ ກວ່າ​ອີກ. ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ສຳນັກ​ຂ່າວສານ​ຫວຽດນາມ ປະຈຳ ​ເມ​ຊິກ​ໂກ ກ່ອນ​ທີ່​ຈະ​ເດີນທາງ​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 25 – 29/11, ທ່ານ​ເລຂາທິການ​ໃຫຍ່ Gutierrez ຊີ້​ແຈ້ງວ່າ ໜຶ່ງ​ໃນ​ບັນດາ​​ເປົ້າໝາຍຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້ ​ແມ່ນ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກັບ​ການ​ນຳ​ພັກ, ລັດ​ຫວຽດນາມ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ບັນຫາອາ​ເມ​ລິ​ກາ​ລາຕີ​ນ ​ແລະ ​ໂລກ; ປຶກສາ​ຫາລື ​ແລະ ຊອກ​ຫາ​ບັນດາ​ມາດ​ຈະ​ການ​ເພື່ອ​ຍູ້​ແຮງ ​ແລະ ຫັນ​ການ​ພົວພັນ​ຮ່ວມ​ມືລະຫວ່າງ​ສອງ​ພັກເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ປະກອບສ່ວນ​ຍູ້​​ແຮງການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານລະຫວ່າງ​ເມ​ຊິກ​ໂກ ​ແລະ ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ Gutierrez ​​ເນັ້ນ​ໜັກ​ວ່າ ​ເມ​ຊິກ​ໂກ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ຂົງ​ເຂດ​ກະ​ສິກຳ.

ຂ່າວ/ບົດ​ອື່ນ