ຜູ້ຕາງໜນ້າພັກ CPP ແລະ CNRP ໃນການປະຊຸມຂ່າວຄັ້ງ 1
(ພາບ: Phùng Việt Hùng/TTXVN))
(vovworld)- ຕອນເຊົ້າວັນທີ 1/4, ໄດ້ໄຂກອງປະຊຸມສະໄໝສະມັນເທື່ອທີ 2 ສະພາແຫ່ງຊາດກຳປູເຈຍ ຊຸດທີ 5 ໂດຍມີການເຂົ້າຮ່ວມຂອງ ສະມາຊິກພັກ ປຊຊ ກຳປູເຈຍ (CPP) ກຳອຳນາດ 68 ທ່ານ, ໃນຂະນະທີ່ສະມາຊິກພັກກູ້ຊາດກຳປູເຈຍ (CNRP) ຝ່າຍຄ້ານ 55 ທ່ານ ສືບຕໍ່ບໍ່ມີໜ້າພາຍຫຼັງໄດ້ປະຕິເສດກອງປະຊຸມສະໄໝສະມັນເທື່ອທີ 1 ເມື່ອວັນທີ 23/9/2013.
ໃນຂະນະນັ້ນ, ຄະນະກຳມະການເລືອກຕັ້ງແຫ່ງຊາດກຳປູເຈຍ (NEC) ໃຫ້ຮູ້ວ່າ: ບັ້ນຂົນຂວາຍໂຄສະນາໃຫ້ແກ່ການເລືອກຕັ້ງສະພາຂັ້ນນະຄອນຫຼວງ ແລະ ແຂວງ, ນະຄອນ, ເມືອງ, ຕາແສງອາຍຸການທີ 2 ຈະເລີ່ມດຳເນີນໄປແຕ່ວັນທີ 2-16/5 ຈະມາເຖິງ. ທ່ານ Im Sua Sday ປະທານ NEC ໃຫ້ຮູ້ວ່າ: ການເລືອກຕັ້ງສະພາຂັ້ນຕ່າງໆຈະຖືກດຳເນີນໄປໃນວັນທີ 18/5 ແລະ ມີພຽງບັນດາສະມາຊິກຕາແສງແມ່ນຜູ້ໄປປ່ອນບັດເທົ່ານັ້ນ. ໃນຈຳນວນ 5 ພັກຈົດທະບຽນຫາສຽງເລືອກຕັ້ງສະພາຂັ້ນຕ່າງໆ, ພັກ ປຊຊ ກຳປູເຈຍ (CPP) ກຳອຳນາດແມ່ນພັກມີຜູ້ອອກສະໝັກຮັບເລືອກຕັ້ງຈົດທະບຽນຫຼາຍກ່ວາໝູ່ຢູ່ 25 ສະພານະຄອນຫຼວງ, ແຂວງ ແລະ 197 ນະຄອນ, ເມືອງ./.