(VOVWORLD) - ຕອນບ່າຍວັນທີ 13 ມິຖຸນາ, ທ່ານ ຫງວຽນງ້ອກທ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ຕອບຄຳຊັກຖາມສະມາຊິກສະພາແຫ່ງຊາດ
ທ່ານ ຫງວຽນງ້ອກທ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ |
ວຽກງານຄຸ້ມຄອງ ແລະ ບັນດາມາດຕະການ ເພື່ອແນໃສ່ຍົກສູງຄຸນນະພາບການວາງແຜນຂະແໜງທ່ອງທ່ຽວ ແມ່ນໜຶ່ງໃນບັນດາເນື້ອໃນ ໄດ້ຮັບການຊັກຖາມຈາກສະມາຊິກສະພາແຫ່ງຊາດຫລາຍທ່ານ. ຕາມທ່ານ ຫງວຽນງ້ອກທ້ຽນ ແລ້ວ, ປີ 2017 ກຳລັງຄວາມສາມາດແກ່ງແຍ້ງຂອງການທ່ອງທ່ຽວ ຫວຽດນາມ ໄດ້ຮັບການປັບປຸງ. ຕາມການຕີລາຄາຂອງເວທີປາໄສເສດຖະກິດໂລກໃຫ້ເຫັນວ່າ ປັດໃຈຊ່ວຍໃຫ້ການທ່ອງທ່ຽວ ຫວຽດນາມ ບັນລຸຫລາຍດັດຊະນີດີ ແມ່ນຊັບພະຍາກອນ, ວັດທະນະທຳ, ຄວາມສະຫງົບປອດໄພ. ກ່ຽວຂ້ອງເຖິງມາດຕະການຮ່ວມສຳພັນພັດທະນາເຂດ ເພື່ອພັດທະນາການທ່ອງທ່ຽວ, ທ່ານ ຫງວຽນງ້ອກທ້ຽນ ໃຫ້ຮູ້ວ່າ:
“ປະຈຸບັນທາງກະຊວງພວມຜັນຂະຫຍາຍສ້າງແຜນການສັງລວມພັດທະນາການທ່ອງທ່ຽວບັນດາເຂດ ສ້າງແຜນຮ່າງພັດທະນາຜະລິດຕະພັນການທ່ອງທ່ຽວບັນດາເຂດ, ແນະນຳ, ໜູນຊ່ວຍສ້າງຕັ້ງກົນໄກຮ່ວມສຳພັນເຂດ, ກໍ່ສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ, ໜູນຊ່ວຍໃນການເຄື່ອນໄຫວສົ່ງເສີມການທ່ອງທ່ຽວ.”
ນອກຈາກບັນດາເນື້ອໃນກ່ຽວກັບການພັດທະນາທ່ອງທ່ຽວ, ທີ່ວາລະຊັກຖາມ, ທ່ານ ຫງວຽນງ້ອກທ້ຽນ ກໍ່ຍົກອອກບັນດາມາດຕະການອະນຸລັກຮັກສາ, ພັດທະນາວັດທະນະທຳທີ່ເປັນມູນເຊື້ອ, ບັນຫາຄຸ້ມຄອງ, ອອກໜັງສືອະນຸຍາດໃຫ້ບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ…