ພັດທະນາຮູບແບບທົ່ງນາຂະໜາດໃຫຍ່ໃນການກໍ່ສ້າງຊົນນະບົດໃໝ່
ພາບປະກອບ
(vovworld) – ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ທ່ານ ຕັງມິນໂລກ, ຫົວໜ້າກົມເສດຖະກິດການຮ່ວມມື ແລະ ພັດທະນາຊົນນະບົດ ຂຶ້ນກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ: ຮູບແບບທົ່ງນາຂະໜາດໃຫຍ່ ພວມພັດທະນາຢ່າງແຂງແຮງຢູ່ພາກໃຕ້, ພິເສດແມ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງ. ເມື່ອຕີລາຄາການນຳໃຊ້ຮູບແບບນີ້ຢູ່ບັນດາທ້ອງຖິ່ນ ໃຫ້ເຫັນວ່າ: ໃນລະດູການ 2011 – 2012, ລາຍຮັບເກັບມາໄດ້ຈາກຮູບແບບນີ້ສູງກ່ວາເມື່ອທຽບໃສ່ລະດູການບໍ່ນຳໃຊ້ຮູບແບບດັ່ງກ່າວແຕ່ 2,2 – 7,5 ລ້ານດົ່ງ/ ha, ມູນຄ່າຜະລິດຕະພັນຫຼຸດລົງ, ອັນໄດ້ຊ່ວຍໃຫ້ຊາວກະສິກອນພັດທະນາການຜະລິດ, ເຮັດໃຫ້ເສດຖະກິດ ແລະ ຊີວິດການເປັນຢູ່ ເປັນປົກກະຕິ. ທ່ານ ຕັງມິນໂລກ ໃຫ້ຮູ້ວ່າ:
“ໃນເບື້ອງຕົ້ນ, ຮູບແບບທົ່ງນາຂະໜາດໃຫຍ່ແກ້ໄຂໄດ້ຄຳຕອບກ່ຽວກັບການຫັນພື້ນຖານກະສິກຳເປັນສິນຄ້າຢູ່ຫວຽດນາມ. ຮູບແບບດັ່ງກ່າວ ໄດ້ເລີ່ມຕົ້ນຈາກແຂວງ ອານຢາງ ຫຼັງຈາກນັ້ນໄດ້ຮັບການຄົ້ນຄ້ວາ, ນຳໃຊ້ໃນທົ່ວເຂດ.. ມາຮອດປະຈຸບັນ, ມີກ່ວາ 40 ແຂວງໄດ້ມາຢ້ຽມຢາມ, ຮຳ່ຮຽນເອົາບົດຮຽນ ແລະ ນຳໃຊ້ຢູ່ທ້ອງຖິ່ນຕົນແລ້ວ. ສິ່ງດັ່ງກ່າວພິສູດໃຫ້ເຫັນວ່າ: ຮູບແບບນີ້ຕອບສະໜອງຄວາມຕ້ອງການ, ຄວາມປາດຖະໜາແກ້ໄຂຄວາມຂ້ອງໃຈ ຂອງຫຼາຍທ້ອງຖິ່ນກ່ຽວກັບການຊຸກຍູ້ການຜະລິດກະສິກເປັນຳສິນຄ້າ ສະນັ້ນໃນໄລຍະເວລາສັ້ນໆ ຈຶ່ງສາມາດຂະຫຍາຍອອກຢ່າງກ້ວາງຂວາງ.”
ຕາມແຜນການຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລ້ວ, ລະດູການລະດູໜາວຕໍ່ລະດູບານໃໝ່ 2013 – 2014, ບັນດາແຂວງພາກໃຕ້ມີຮູບແບບທົ່ງນາຂະໜາດໃຫຍ່ປະມານ 200.000 ha. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຄາດວ່າຈະສືບຕໍ່ພັດທະນາຮູບແບບ “ທົ່ງນາຂະໜາດໃຫຍ່” ມຸ້ງໄປເຖິງເຂດຜະລິດເຂົ້າເປັນສິນຄ້າ, ສົ່ງອອກເຂົ້າສານ 1.000.000 ha ແລະ ສ້າງເຄື່ອງໝາຍການຄ້າເຂົ້າສານຫວຽດນາມ.