(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫາກໍ່ລົງນາມຂໍ້ຕົກລົງວ່າດ້ວຍການອະນຸມັດແຜນຮ່າງພັດທະນາໂປຼແກຼມຂໍ້ມູນກ່ຽວກັບພົນລະເມືອງ, ລະຫັດສ່ວນຕົວ ແລະ ການຢັ້ງຢືນທາງເອເລັກໂຕນິກ ເພື່ອຮັບໃຊ້ການຫັນເປັນດີຈີຕອນແຫ່ງຊາດ ໄລຍະ 2022 – 2025, ວິໄສທັດຮອດປີ 2030.
ພາບປະກອບ: TTXVN |
ເປົ້າໝາຍສັງລວມຂອງແຜນຮ່າງແມ່ນສ້າງໂປຼແກຼມຖານຂໍ້ມູນແຫ່ງຊາດ ກ່ຽວກັບພົນລະເມືອງ, ລະບົບເລກລະຫັດສ່ວນຕົວ ແລະ ການຢັ້ງຢືນທາງເອເລັກໂຕນິກ, ບັດປະຈຳຕົວເອເລັກໂຕນິກ ໃນວິວັດການຫັນເປັນດີຈີຕອນແຫ່ງຊາດຢ່າງມີໄຫວພິບ, ປະດິດຄິດສ້າງໃຫ້ສອດຄ່ອງກັບໂຄງການຫັນເປັນດີຈີຕອນແຫ່ງຊາດ ຈົນຮອດປີ 2025, ກຳນົດທິດຮອດປີ 2030 ເພື່ອຮັບໃຊ້ 5 ກຸ່ມຜົນປະໂຫຍດ: ຮັບໃຊ້ການແກ້ໄຂການປະຕິບັດລະບຽບການບໍລິຫານ ແລະ ສະໜອງການບໍລິການສາທາລະນະທາງໄກ, ຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ; ຮັບໃຊ້ພົນລະເມືອງດີຈີຕອນ, ສ້າງລະບົບນິເວດຮັບໃຊ້ການເຊື່ອມຕໍ່, ຂຸດຄົ້ນ, ເພີ່ມເຕີມຂໍ້ມູນກ່ຽວກັບພົນລະເມືອງ, ຮັບໃຊ້ການຊີ້ນຳ, ການບໍລິຫານຂອງການນຳທຸກຂັ້ນ ໃຫ້ສຳເລັດ.