(vovworld) – ຕອນເຊົ້າວັນທີ 07/08, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດໄດ້ຈັດພິທີຊັກທຸງອາຊຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນສ້າງຕັ້ງອາຊຽນ (08/08/1967 – 08/08/2015) ຢ່າງສົມກຽດ. ພິທີຊັກທຸງອາຊຽນ ຖືກຈັດຂຶ້ນປະຈຳປີ, ກົງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ ແມ່ນສິ່ງທີ່ໜ້າເອກອ້າງຖະນົງໃຈຂອງບັນດາປະເທດສະມາຊິກ ແລະ ຄະນະເລຂາອາຊຽນ ເພື່ອແນໃສ່ສະແດງການເຊີດຊູບັນດາຄຸນຄ່າລວມ ແລະ ໃຫ້ຄຳໝັ້ນສັນຍາຊຸກຍູ້ຄວາມສາມັກຄີ, ການຮ່ວມມື, ຮ່ວມສຳພັນຂອງອາຊຽນ. ພິທີຊັກທຸງປີນີ້ຍິ່ງມີຄວາມໝາຍກວ່າ ເມື່ອຫວຽດນາມ ຈັດພິທີສະເຫຼີມສະຫຼອງ 20 ປີແຫ່ງວັນເຂົ້າເປັນສະມາຊິກອາຊຽນ ດ້ວຍຖານະແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ.