ພິທີຊຸມນຸມມິດຕິງສະເຫຼີມສະຫຼອງ 105 ປີແຫ່ງວັນ ແມ່ຍິງສາກົນ 08/03

ພິທີຊຸມນຸມມິດຕິງສະເຫຼີມສະຫຼອງ 105 ປີແຫ່ງວັນ ແມ່ຍິງສາກົນ 08/03 - ảnh 1
(ພາບປະກອບ)

(vovworld) – ພິທີຊຸມນຸມມິດ​ຕິງ​ສະ​ເຫຼີ​ມສະຫຼອງ 105 ປີ​ແຫ່ງ​ວັນ​​ແມ່​ຍິງ​ສາກົນ 08/03, ຖືກຈັດ​ຂຶ້ນໃນ​ຕອນ​ເຊົ້າວັນ​ທີ 07/03, ຢູ່​ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງ​ສະມາຄົມ​ແມ່ຍິງ​ທຸ​ກຂັ້ນ ​ໃນ​ການ​ຊີ້​ນຳ ​ແລະ ຜັນ​ຂະຫຍາຍບັນດາຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ, ມີ​ຄວາມ​ໝາຍ​ທາງ​ດ້ານ​ສັງຄົມ​ທີ່​ໃຫຍ່​ຫຼວງ, ດຶງ​ດູດ​​ໄດ້​ຄວາມ​ສົນ​ໃຈ, ການ​ສະໜັບສະໜູນ​ຂອງ​ແມ່ຍິງ​ທຸກ​ຊັ້ນ​ຄົນ​ໃນ​ທົ່ວ​ປະ​ເທດ. ທ່ານ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ.

        “​ແມ່​ຍິງ​ຫວຽດນາມ ດ້ວຍ​ທາດ​​ແທ້ ​ແລະ ມູນ​ເຊື້​ອອັນ​ດີງາມ, ​ໄດ້​​ເສີມ​ຂະຫຍາຍ​ຄວາມ​ສາມາດ, ພູມ​ປັນຍາ, ກ້າວ​ເດີນ​ຢ່າງ​ທ່ວງກັນ​ກັບ​ວິວັດ​​ແຫ່ງ​ການ​ປ່ຽນ​ໃໝ່​ຢ່າງ​​ໄວວາ, ປະກອບສ່ວນ​ທີ່​ເໝາະ​ສົມ​ເຂົ້າ​ໃນ​ຜົນງານ​ລວມຂອງ​ປະ​ເທດ​ຊາດ. ​ໃນ​ຊຸມ​ປີຜ່ານມາ, ​​ເອື້ອຍ​ນ້ອງ​​ແມ່ຍິງໄດ້​ພະຍາຍາມ​ຮໍ່າຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມ, ບືນຕົວ​ຂຶ້ນ​ ຢືນຢັນ​ບົດບາດ ​ແລະ ທີ່​ຕັ້ງ​ຂອງ​ຕົນ​ໃນ​ສັງຄົມ. ບໍ່​ພຽງ​ແຕ່​​​ເປັນ​​ເມຍ, ​ເປັນ​ແມ່ທີ່​ດີໃນ​ຄອບຄົວ​ເທົ່າ​ນັ້ນ, ບັນດາ​ເອື້ອຍນ້ອງ​ແມ່ຍິງ​ຍັງບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ, ​ໄດ້​ຮັບ​ການ​ຮັບ​ຮູ້​ໃນ​ຫຼາຍ​ຂົງ​ເຂດ​ຄື​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ… ອີກ​ດ້ວຍ”.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສະຫະ​ສະມາຄົມ​​ແມ່ຍິງ ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​ງານ​ບຸນ​ວັດທະນະທຳ - ສັນຕິ​ພາບ - ມິດຕະພາບ, ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ພະນັກງານຍິງ, ​ໃນ​ບໍລິ​ເວນ​ນະຄອນ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ຢູ່​ນະຄອນ​​ເກີ​ນ​ເທີ ​ໄດ້​ຈັດ​ພິທີສະ​ເໜີ​ຕົວ​ສະ​ໂມ​ສອນ​ນັກທຸ​ລະ​ກິດ​ຍິງ ​ເກີນ​ເທີ.

ຂ່າວ/ບົດ​ອື່ນ