ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນທົ່ວປະເທດທຳການຕໍ່ຕ້ານ |
(vovworld)- ຕອນເຊົ້າວັນທີ 18/12 ຢູ່ຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນທົ່ວປະເທດທຳການຕໍ່ຕ້ານ (19/12/1946-19/12/2016).ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ; ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນຖ້ຽນເຍີນ, ຮອງນາຍົກລັດຖະມົນຕີຫວຽດນາມ ຝ້າມບິງມິນ ແລະ ການນຳອີກຫຼາຍທ່ານໄດ້ເຂົ້າຮ່ວມ. ກ່າວສູນທອນພົດທີ່ພິທີ, ທ່ານ ຮວ່າງຈຸງຫາຍ ເລຂາຄະນະພັກນະຄອນຮ່າໂນ້ຍ ຊີ້ແຈ້ງວ່າ :
“ ໃນຊຸມວັນທີ່ທົ່ວປະເທດທຳການຕໍ່ຕ້ານ, ກໍຄືໃນຕະຫຼອດການຕໍ່ຕ້ານຕ້ານລາເມືອງຂຶ້ນຝະລັ່ງ, ພັກເຮົາໄດ້ເສີມຂະຫຍາຍນ້ຳໃຈ, ມູນເຊື້ອຮັກຊາດ, ປົກປັກຮັກສາປະເທດຊາດ, ດ້ວຍເຈດຈຳນົງຕັດສິນໃຈ “ຍອມເສຍສະຫຼະທຸກສິ່ງທຸກຢ່າງ, ຫາກບໍ່ຍອມສູນເສຍປະເທດຊາດຢ່າງເດັດຂາດ”, “ນ້ຳໃຈຍອມເສຍສະຫຼະຊີວິດເພື່ອຍາດເອົາເອກະລາດແຫ່ງຊາດ” ນັ້ນກໍເປັນການປຸກລຸກ ແລະ ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນ, ສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ, ສ້າງເປັນກຳລັງແຮງສັງລວມຂອງສົງຄາມປະຊາຊົນທົ່ວປວງຊົນ, ຮອບດ້ານ, ຕໍ່ຕ້ານຍາວນານ, ຍາດເອົາໄຊຊະນະເທື່ອລະກ້າວ, ກ້າວໄປເຖິງໄຊຊະນະຢ່າງສົມບູນ ”
ແລະກໍໃນຕອນເຊົ້າວັນດຽວກັນຢູ່ຮ່າໂນ້ຍ, ຄະນະຜູ້ແທນພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວໂຮມປະເທດຊາດ ກໍໄດ້ໄປວາງພວງມາລາ ເຂົ້າຂ່ຳນັບສຸສານປະທານໂຮ່ຈິມິນ ແລະ ອາໄລຫາບັນດານັກວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດທີ່ອະນຸສາວະລີ ນັກວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ.