ທ່ານ ດິງເທ໋ຮີງກ່າວຄຳເຫັນນະພິທີ
(ພາບ: gdtd.vn)
(vovworld) - ຕອນເຊົ້າວັນທີ 24/12, ຢູ່ ຮ່າໂນ້ຍ, ສະພານາມຕຳແໜ່ງ ສາດສະດາຈານແຫ່ງລັດ ໄດ້ຈັດພິທີປະກາດຂໍ້ຕົກລົງ ແລະ ມອບໃບຢັ້ງຢືນບັນລຸມາດຖານນາມຕຳແໜ່ງສາດສະດາຈານ, ຮອງສາດສະດາຈານປີ 2012. ປີນີ້ມີສາດສະດາຈານ 42 ທ່ານ ແລະ ຮອງສາດສະດາຈານ 427 ທ່ານໄດ້ຮັບການຮັບຮອງ. ກ່າວຄວາມເຫັນນະພິທີ, ທ່ານ ດິງເທ໋ຮີງ (Dinh The Huynh), ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ເນັ້ນໜັກວ່າ:
”ຖັນແຖວປັນຍາຊົນເວົ້າລວມມີບົດບາດສຳຄັນທີ່ສຸດ,ໃນນັ້ນບັນດາສາດສະ ດາຈານ, ຮອງສາດສະດາຈານ ແມ່ນກຳລັງແກ່ນສານໃນການບຳລຸງສ້າງຖັນແຖວປັນຍາຊົນໃຫ້ແກ່ປະເທດຊາດ, ປະກອບສ່ວນກໍ່ສ້າງລຸ້ນໜຸ່ມທີ່ມີຄວາມເມົາມົວກັບການຮຳ່ຮຽນ, ເມົາມົວກັບການຄົ້ນຄ້ວາວິທະຍາສາດ, ເປັນເຈົ້າເຕັກໂນໂລຢີໃໝ່, ມີຄວາມມຸ້ງຫວັງ ແລະ ຕັດສິນໃຈນຳປະເທດຊາດໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກຫຼ້າຫຼັງ, ເພື່ອຮຽງບ່າຮຽງໄຫຼ່ກັບບັນດາປະເທດມະຫາອຳນາດໃນ 5 ທະວີບ ຄືດັ່ງຄວາມມຸ້ງຫວັງຂອງປະທານໂຮ່ຈີມິນ”