(vovworld) – ວັນທີ 15/04, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ໄດ້ສົມທົບກັບກຳມາທິການເສດຖະກິດຂອງສະພາແຫ່ງຊາດ ຈັດຕັ້ງພິທີປະກາດບົດລາຍງານວິສາຫະກິດຫວຽດນາມ 2014 ດ້ວຍຫົວຂໍ້ “ພັດທະນາວິສາຫະກິດໃນການດຳເນີນທຸລະກິດກະສິກຳ”. ບົດລາຍງານສະພາບດຳເນີນທຸລະກິດຢູ່ຫວຽດນາມ 2014 - ທີ່ພິທີໄຈ້ແຍກສາຍສຳພັນຢ່າງແໜ້ນແຟ້ນລະຫວ່າງການພັດທະນາວິສາຫະກິດ ແລະ ຄຸນະພາບການເຕີບໂຕຂອງພື້ນຖານເສດຖະກິດໃນຂົງເຂດກະສິກຳ. ຕາມນັ້ນແລ້ວ, ພື້ນຖານກະສິກຳຫວຽດນາມ ມີບົດບາດສຳຄັນໃນການຮັບປະກັນທັນຍາຫານແຫ່ງຊາດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ແມ່ນແຫຼ່ງລາຍຮັບເງິນຕາຕ່າງປະເທດທີ່ໃຫຍ່ຫຼວງ ແລະ ປະກອບສ່ວນຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ - ສັງຄົມ. ແຕ່ວ່າ, ຂົງເຂດກະສິກຳຢູ່ຫວຽດນາມ ຍັງມີສິ່ງຈຳກັດຫຼາຍຢ່າງ ແລະ ຫຼ້າຫຼັງເມື່ອທຽບໃສ່ປະເທດອື່ນໆໃນພາກພື້ນ. ເພື່ອແກ້ໄຂບັນດາຂໍ້ຈຳກັດ, ອ່ອນດ້ວຍດັ່ງກ່າວ, ຕ້ອງມີການເຂົ້າຮ່ວມຂອງວິສາຫະກິດໃນຂົງເຂດກະສິກຳ ເພື່ອແນໃສ່ຍົກສູງຄຸນນະພາບ, ມູນຄ່າຂອງຜະລິດຕະພັນກະສິກຳ. ທ່ານ ມາຍຊວນຮຸ່ງ, ຮອງຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ ຖືວ່າ.
“ເຖິງວ່າສະພາບເສດຖະກິດພວມປະສົບກັບຄວາມຫຍຸ້ງຍາກ, ແຕ່ຂະແໜງກະສິກຳຍັງຄົງສືບຕໍ່ແມ່ນເສົ້າຄ້ຳໃຫ້ພື້ນຖານເສດຖະກິດ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຫວັງວ່າ ສາຍສຳພັນລະຫວ່າງຄອບຄົວຊາວກະສິກອນ, ວິສາຫະກິດ, ສະຫະກອນ, ບັນດາອົງການວິທະຍາສາດ ຈະເສີມຂະຫຍາຍບົດບາດ ແລະ ປະສິດທິຜົນໃນການດຳເນີນທຸລະກິດກະສິກໄດ້ຳ ຕາມທິດຜະລິດສິນຄ້າໃຫຍ່, ຍົກສູງຄຸນນະພາບຜະລິດຕະພັນ, ຍູ້ແຮງການສົ່ງອອກ, ການຜະລິດກະສິກຳ ຕິດພັນກັບອຸດສາຫະກຳປຸງແຕ່ງ ແລະ ເພີ່ມຄວາມສາມາດແກ່ງແຍ້ງ”.