ພາບ:baobacgiang.com.vn |
(vovworld)- ຕອນເຊົ້າວັນທີ 29/12 ຢູ່ ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ, ທ່ານ ທອງລຸນ ສີສຸລິດ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງ, ລັດຖະມົນຕີການຕ່າງປະເທດ ໄດ້ຕາງຫນ້າໃຫ້ພັກ, ລັດລາວ ປະດັບຫລຽນໄຊອິດສະຫລະຊັ້ນຫນຶ່ງໃຫ້ແກ່ 4 ແຂວງ ຄື: ບັກຢາງ, ຮ່ວາບິ່ງ, ຟູທໍ້ ແລະ ຕວຽນກວາງ; ປະດັບຫລຽນໄຊອິດສະຫລະຊັ້ນສອງໃຫ້ແກ່ທ່ານ ຮ່ວາງບີ່ງກວນ ກຳມະການສູນກາງພັກ, ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງ, ປະດັບຫລຽນໄຊອິດສະຫລະຊັ້ນສາມ, ຫລຽນໄຊ, ຫລຽນກາມິດຕະພາບໃຫ້ແກ່ໝູ່ຄະນະ ແລະ ສ່ວນບຸກຄົນຄະນະພົວພັນຕ່າງປະເທດສູນກາງເນື່ອງໃນໂອກາດສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 35 ປີແຫ່ງວັນລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ ແລະ ລາວ. ທ່ານທອງລຸນສິສຸລິດ ໄດ້ຕີລາຄາສູງຕໍ່ຜົນງານ ແລະ ການປະກອບສ່ວນຂອງບັນດາແຂວງກໍຄືໝູ່ຄະນະ, ສ່ວນບຸກຄົນພະນັກງານຄະນະພົວພັນຕ່າງປະເທດສູນກາງໄດ້ມີການປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປຊຊ ສອງປະເທດ.