ຄະນະບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມ
ແຂວງເທື່ອທຽນເຫ້ວ ຈູດທູບພາວະນາ
(ພາບ:dantri.com.vn)
(vovworld) - ຕອນເຊົ້າວັນທີ 17/2, ກົງກັບວັນທີ 8 ເດືອນຈຽງ, ປີມະເສງ 2013, ຢູ່ນະຄອນເຫ້ວ, ຄະນະບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມແຂວງເທື່ອທຽນເຫ້ວ ສົມທົບກັບບໍລິສັດຫຸ້ນສ່ວນວັດທະນະທຳທ່ອງທ່ຽວເດີດຫວຽດ ໄດ້ຈັດພິທີພາວະນາຂະໜາດໃຫ່ຍຂໍໃຫ້ປະເທດຊາດ ແລະ ປະຊາຊົນມີຄວາມສະຫງົບສຸກ. ໂດຍນອນໃນລາຍການງານບຸນວິຫານຮ່ວຽນເຈີນ, ພິທີດັ່ງກ່າວໄດ້ພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູເກັບກ່ຽວໄດ້ຮັບຜົນດີ, ປະຊາຊົນມີຄວາມຢູ່ເປັນເປັນສຸກ, ປະເທດຊາດມີຄວາມຈະເລີນຮຸ່ງເຮືອງ. ທ່ານຫງວຽນຫີ໋ວດົງ ຜູ້ອຳນວຍການບໍລິສັດຫຸ້ນສ່ວນວັດທະນະທຳທ່ອງທ່ຽວເດີດຫວຽດ ໃຫ້ຮູ້ວ່າ:
“ພິທີພາວະນາຂະໜາດໃຫ່ຍຂໍໃຫ້ປະເທດຊາດ ແລະ ປະຊາຊົນມີຄວາມສະຫງົບສຸກແມ່ນພິທີໄດ້ຮັບຄວາມເອົາໃຈໃສ່ຈາກແຂວງ ແລະ ບັນດາອົງການ ຂະແໜງການທີ່ກ່ຽວຂ້ອງ. ທີ່ພິທີ, ພຸດທະສາສະນິກກະຊົນ ແລະ ປະຊາຊົນພາຍໃນແຂວງ, ແຂກທ່ອງທ່ຽວມາຈາກທຸກສາລະທິດລ້ວນແຕ່ພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບສຸກ, ວັດຖະນາຖາວອນ, ປະຊາຊົນມີຄວາມຜາສຸກ“