ພິທີມອບຂໍ້ຕົກລົງໃຫ້ແກ່ເອກອັກຄະລັດຖະທູດຫວຽດນາມປະຈຳຕ່າງປະເທດອາຍຸການ 2019 - 2022

(VOVWORLD) -ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງ ແລະ ຕ້ອນຮັບເອກອັກຄະລັດຖະທູດຫວຽດນາມ ປະຈຳຕ່າງປະເທດອາຍຸການ 2019 – 2022
ພິທີມອບຂໍ້ຕົກລົງໃຫ້ແກ່ເອກອັກຄະລັດຖະທູດຫວຽດນາມປະຈຳຕ່າງປະເທດອາຍຸການ 2019 - 2022  - ảnh 1 (ມອບຂໍ້ຕົກລົງໃຫ້ແກ່ເອກອັກຄະລັດຖະທູດຫວຽດນາມປະຈຳຕ່າງປະເທດອາຍຸການ 2019 - 2022)

ຕອນເຊົ້າວັນທີ 06 ທັນວາ, ຢູ່ສຳນັກງານປະທານປະເທດ, ໂດຍຕາງໜ້າປະທານປະເທດ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງ ແລະ ຕ້ອນຮັບເອກອັກຄະລັດຖະທູດຫວຽດນາມ ປະຈຳຕ່າງປະເທດອາຍຸການ 2019 – 2022 ລວມ16 ທ່ານ.

        ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ໄດ້ອວຍພອນໃຫ້ບັນດາທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຕ່າງປະເທດ ແລະ ສະແດງຄວາມເຊື່ອໝັ້ນວ່າ ບັນດາທ່ານເອກອັກຄະລັດຖະທູດຈະປະຕິບັດສຳເລັດໜ້າທີ່ຂອງຕົນ, ນຳໃຊ້ທຸກກາລະໂອກາດ, ຜ່ານຜ່າສິ່ງທ້າທາຍທຸກປະການ ເພື່ອປະຕິບັດໜ້າທີ່ເຊິ່ງພັກ ແລະ ລັດມອບໝາຍໃຫ້ຢ່າງມີໄຊ.

        ທ່ານນາງຮອງປະທານປະເທດດັ້ງທິງອັກທິ້ງ ປາດຖະໜາວ່າ, ໃນອາຍຸການຈະມາເຖິງ, ບັນດາທ່ານເອກອັກຄະລັດຖະທູດຈະເສີມຂະຫຍາຍຈິດໃຈເປັນເຈົ້າການ, ຕັ້ງໜ້າໃນການປະຕິບັດວຽກງານ ແລະ ຊອກຫາວິທີເຮັດໃໝ່, ປະດິດຄິດສ້າງ, ປະກອບສ່ວນນຳການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມືໃຫ້ເຂົ້າສູ່ລວງເລິກ, ສະຖຽນລະພາບ; ປະຕິບັດວຽກງານຄົ້ນຄວ້າ, ຄາດຄະເນຍຸດທະສາດ, ສົມທົບດ້ານຂໍ້ມູນຂ່າວສານຢ່າງແໜ້ນແຟ້ນ, ເປັນເສນາທິການໃຫ້ແກ່ພັກ, ລັດ ແກ້ໄຂບັນດາບັນຫາການຕ່າງປະເທດ ໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ