ພິທີມອບລາງວັນດາວຄຳດິນແດນຫວຽດນາ2015
ພິທີມອບລາງວັນດາວຄຳດິນແດນຫວຽດ ປີ 2015
(ພາບ: tienphong.vn)
(vovworld) – ຕອນເຊົ້າວັນທີ 4/10, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ, ສູນກາງສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ຈັດຕັ້ງພິທີມອບລາງວັນດາວຄຳດິນແດນຫວຽດ ປີ 2015. ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸ໋ກ ຖືວ່າ: ປະເທດຊາດພວມເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກ, ສິ່ງນີ້ທັງສ້າງບັນດາກາລະໂອກາດ, ແຕ່ ໄປຄຽງຄູ່ກັນນັ້ນແມ່ນສິ່ງທ້າທາຍຕ່າງໆ. ດັ່ງນັ້ນ ບັນດາວິສາຫະກິດຕ້ອງຍົກສູງຄວາມສາມາດແກ່ງແຍ້ງ, ປ່ຽນໃໝ່ເຕັກໂນໂລຢີ, ນຳໃຊ້ບັນດາທ່າໄດ້ປຽກຈາກການເຊື່ອມໂຍງເສດຖະກິດສາກົນ. ໂດຍຜ່ານ 3 ຮອບຄັດເລືອກ, 200 ເຄື່ອງໝາຍການຄ້າທີ່ດີເດັ່ນໄດ້ຮັບລາງວັນດາວຄຳດິນແດນຫວຽດປີ 2015. ທ່ານ ຮີ່ງເຫງ້ຍທ້ຽນ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນເຫຼັກກ້າ Vina One ແຂວງ ລອງອານ, ວິສາຫະກິດໄດ້ຮັບລາງວັນໃຫ້ຮູ້ວ່າ:
“ວິສາຫະກິດໄດ້ມີຄວາມກ້າວໜ້າຫລາຍຢ່າງໃນການປັງປຸງເຕັກໂນໂລຢີໃຫ້ກ້າວໜ້າກ່ຽວກັບການຜະລິດເຫຼັກກ້າ ແລະ ພວມເປີດກ້ວາງຕະຫລາດພາຍໃນປະເທດ ແລະ ສົ່ງອອກສູ່ບັນດາປະເທດ ອາຊີຕາເວັນອອກສຽງໃຕ້, ບັນດາປະເທດຢູ່ທະວີບອົດສຕາລີ, ທະວີບອາເມລິກາ. ຍ້ອນວິສາຫະກິດ ພັດທະນາແຫຼ່ງຊັບພະຍາກອນມະນຸດ ເພື່ອສາມາດເປີດກ້ວາງຕະຫລາດຢູ່ຕ່າງປະເທດ ຈາກນັ້ນຈະຊ່ວຍວິສາຫະກິດເພີ່ມປະລິມານການຜະລິດ ແລະ ລາຍຮັບ”.