ພິທີລົງນາມໃນຂໍ້ກຳນົດການສົມທົບວຽກງານລະຫວ່າງກະຊວງການຕ່າງປະເທດແລະຄະນະພົວພັນຕ່າງປະເທດສູນກາງ

ພິທີລົງນາມໃນຂໍ້ກຳນົດການສົມທົບວຽກງານລະຫວ່າງກະຊວງການຕ່າງປະເທດແລະຄະນະພົວພັນຕ່າງປະເທດສູນກາງ - ảnh 1
ພິທີລົງນາມໃນຂໍ້ກຳນົດການສົມທົບວຽກງານລະຫວ່າງ
ກະຊວງການຕ່າງປະເທດແລະຄະນະພົວພັນຕ່າງປະເທດສູນກາງ
(ພາ​ບ: VGP)


(vovworld) –​ ວັນ​ທີ 25/02, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ລົງ​ນາມ​ໃນ​ຂໍ້​ກຳ​ນົດ​ສົມ​ທົບ​ວຽກ​ງານ​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຄະ​ນະ​ພົວ​ພັ​ນ​ຕ່າງ​ປະ​ເທດ​ສ​ູນ​ກາງ ແລະ ພິ​ທີ​ມອບ​ຫຼຽນ​ໄຊ “ເພື່ອ​ພາ​ລະ​ກິດ​ການ​ທູດ​ຫວຽດ​ນາມ” ໃຫ້​ບັນ​ດາ​ການ​ນຳ​ຄະ​ນະ​ພົວ​ພັ​ນ​ຕ່າງ​ປະ​ເທດ​ສ​ູນ​ກາງ. ກ່່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ​້າມ​ບິ່ງ​ມິງ ເນັ້ນ​ໜັກ​ວ່າ, ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຄະ​ນະ​ພົວ​ພັ​ນ​ຕ່າງ​ປະ​ເທດ​ສ​ູນ​ກາງ ຍາມ​ໃດ​ກໍ​ສົມ​ທົບ​ກັນ​ຢູ່​​ທຸກຂັ້ນ​​ຢ່າງ​ແໜ້ນ​ແ​ຟ້ນ ແລະ ທຸກວຽກ​ງານ​ໃນຊຸມ​ປີ​ຜ່ານ​ມາ, ປະ​ກອບ​ສ່ວ​ນ​ສຳ​ຄັນ​ເພື່ອ​ຮັບ​ປະ​ກັນ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ພົວ​ພັ​ນ​​ຕ່າງ​ປະ​ເທດ​ຂອງ​ພັກ ແລະ ລັດ ເຊິ່ງ​ໄດ້​ຮັບ​ການ​ຜັນ​ຂ​ະ​ຫຍາຍ​​ຢ່າງຄົບ​ຊຸດ, ມີິ​ປະ​ສິດ​ທິ​ຜົນ ແລະ ຮອບ​ດ້ານ. ​ເຫດ​ການນີ້ແມ່ນ​ການ​ຫັນ​​ການ​ສົມ​ທົບ​ກັນເປັນລະ​ບອບ​ລະບ​ຽບ​ການ​ລະ​ຫວ​່າງ 2 ອົງ​ການ, ແມ່ນ​ພື້ນ​ຖານ​ດ້ານ​ກົດ​ໝາຍ​ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ບັນ​ດາ​ຫົວ​ໜ່ວຍ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຄະ​ນະ​ພົວ​ພັ​ນ​ຕ່າງ​ປະ​ເທດ​ສູນ​ກາງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ເຊິ່ງ​ພັກ ແລະ ລັດ​ມອບ​ໝາຍ​ໃຫ້​ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ