ພິທີສະເຫນີຕົວ ເວັບໄຊກ່ຽວກັບການປ້ອງກັນ ຕ້ານການສໍ້ລາດບັງຫລວງ
ພິທີສະເຫນີຕົວເວັບໄຊປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ
ພາບ:cpv.org.vn
|
(vovword)- ຕອນບ່າຍວັນທີ 4/5 ຢູ່ ຮ່າໂນ້ຍ, ຫ້ອງການຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງຈັດຕັ້ງພິທີສະເຫນີຕົວເວັບໄຊຂໍ້ມູນຂ່າວສານເອເລັກໂຕນິກສັງລວມ. ເວັບໄຊນີ້ມີຫນ້າທີ່ເຜີຍແຜ່ທັດສະນະ, ແຜນນະໂຍບາຍ, ແນວທາງຂອງພັກ, ກົດໝາຍຂອງລັດອອກສູ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງສູງຂອງພັກ, ລັດໃນວຽກງານຕ້ານການສໍ້ລາດບັງຫລວງ. ເວັບໄຊນີ້ທັງແມ່ນຂົວຕໍ່ຂໍ້ມູນຂ່າວສານລະຫວ່າງ ພັກ, ລັດ ກັບປະຊາຊົນ, ຮັບປະກັນຫນ້າທີ່ສົ່ງຂ່າວຢ່າງຊັດເຈນ, ທັນການ, ຖຶກຕ້ອງກັບການກຳນົດທິດທາງດ້ານການເມືອງກ່ຽວກັບສະພາບການສໍ້ລາດບັງຫລວງ ແລະ ວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ. ນອກນັ້ນຍັງລະດົມກຳລັງໃຈປະຊາຊົນທຸກຊັ້ນວັນນະຮ່ວມແຮງຮ່ວມໃຈຕໍ່ສູ້ຕ້ານການສໍ້ລາດບັງຫລວງ. ກ່າວຄຳເຫັນນະພິທີ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ Nguyen Xuan Phuc ໄດ້ຢືນຢັນວ່າ: ວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງແມ່ນຫນ້າທີ່ທັງມີລັກສະນະຮີບດ່ວນ ທັງມີລັກສະນະຍາວນານ. ເລື່ອງເປີດການນຳໃຊ້ເວັບໄຊດັ່ງກ່າວຈະປະກອບສ່ວນສຳຄັນເຂົ້າໃນຄວາມມານະພະຍາຍາມລວມຂອງວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ສະເຫນີໃຫ້ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆ ຈົ່ງຕັ້ງຫນ້າ, ເປັນເຈົ້າການສະຫນອງຂໍ້ມູນຂ່າວສານເພື່ອໃຫ້ຫນ້າເວັບນີ້ອຸດົມສົມບູນ ແລະ ດຶງດູດກວ່າ.