ພິທີສະເຫຼີມສະຫຼອງ 40ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດຫວຽດນາມ - ອີຣານ
ພາບປະກອບ
(vovworld) – ພິທີສະເຫຼີມສະຫຼອງ 40ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດຫວຽດນາມ - ອີຣານໂດຍສະຖານທູດຫວຽດນາມ ປະຈຳ ອີຣານ ສົມທົບກັບສະມາຄົມມິດຕະພາບ ອີຣານ - ຫວຽດນາມ ຫາກກໍ່ຈັດຕັ້ງຢູ່ນະຄອນຫຼວງເຕເຮຣານ, ແຫ່ງປະເທດ ອີຣານ. ກ່າວຄຳເຫັນນະພິທີ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອີຣານ ທ່ານ ເຈີ່ນຈ້ອງແຄ໋ງ ເນັ້ນໜັກວ່າ: 40 ປີຜ່ານມາ, ຫວຽດນາມ ແລະ ອີຣານ ໄດ້ເດີນຕາມເສັ້ນທາງອັນຍາວນານໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ສ້າງ ແລະ ປົກປັກຮັກສາປະເທດຊາດ. ພ້ອມກັບການເຕີບໃຫຍ່ເຂັ້ມແຂງແຮງອີຣານ ແລະ ຫວຽດນາມ, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດພັດທະນາອັນດີງາມຢ່າງບໍ່ຢຸດຢັ້ງ. 2 ຝ່າຍໄດ້ແລກປ່ຽນຫຼາຍຄະນະຜູ້ແທນຂັ້ນສູງ ແລະ ເຊັນຂໍ້ຕົກລົງຮ່ວມມືໃນຫຼາຍຂົງເຂດ.
ສ່ວນທ່ານລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະ ບໍ່ແຫ່ ອີຣານ Nematzadeh ໄດ້ຊີ້ແຈ້ງບັນດາຜົນງານສຳຄັນໃນການພົວພັນ 2 ປະເທດນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດມາຮອດປະຈຸບັນ. ທ່ານລັດຖະມົນຕີ Nematzadeh ຕີລາຄາວ່າ: ອີຣານ ແລະ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ ແລະ ການລົງທຶນ. 2 ປະເທດກໍ່ມີທ່າແຮງສະເພາະ, ອາດຈະເພີ່ມເຕີມໃຫ້ກັນໄດ້, ພ້ອມກັນພັດທະນາ.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຝາກໂທລະເລກອວຍພອນທ່ານປະທານາທິບໍດີ ອີຣານ Hassan Rowhani.