ພິທີສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງສະມາຄົມນັກຂ່າວຫວຽດນາມ


   ພິທີສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງສະມາຄົມນັກຂ່າວຫວຽດນາມ - ảnh 1
ທ່ານ ດິງ​ເທ້​ຮິງ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນກ​າງ ແລະ ທ່ານ ວູ້​ດຶກ​ດາມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖ່າຍ​ຮູບ​ພ້ອມ​ກັບ ບັນ​ດາ​ຜູ້​ແທນ​ໄດ້​ຮັບ​ໃບ​ຍ້ອງ​ຍໍ

(vovworld)- ພິ​ທີ​ສະ​ເຫຼີມ​ສະຫຼອງ 65 ປີ ແຫ່ງວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ແລະ ກອງ​ປະ​ຊຸມ​ແຂ່ງ​ຂັນ​ທົ່ວ​ປະ​ເທດ ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 20/4 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່ ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ ດິງ​ເທ້​ຮິງ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນກ​າງ ໄດ້​ທົບ​ທວນ​ຄືນ​ວິ​ວັດ​ການ​ສ້າງ​ຕັ້ງ ແລະ ຂະ​ຫຍາຍ​ຕົວ​ຂອງ ສະ​ມາ​ຄົມ​ນັກ​ຂ່າວຫວຽດ​ນາມ ແລະ ຢືນ​ຢັນ​ວ່າ ໃນ​ບັນດາ​ຜົນ​ງານ​ລວມ​ຂອງ​ສື່ມວນ​ຊົນ​ປະ​ຕິ​ວັດ​ຫວຽດ​ນາມ ໃນ​ຕະຫຼອດຫຼາຍສິບ​ປີ​ທີ່​ຜ່ານ​ມາ ແມ່ນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫຼວງຂອງ ສະ​ມາ​ຄົມ​ນັກ​ຂ່າວຫວຽດ​ນາມ​. ທ່ານ ດິງ​ເທ້​ຮິງ ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນກ​າງ ເນັ້ນ​ໜັກ​ວ່າ :
  “ສະ​ມາ​ຄົມ​ນັກ​ຂ່າວຫວຽດ​ນາມ ຄວນ​ສືບ​ຕໍ່​ຍົກ​ສູງ​ບົດ​ບາດ, ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ ສະ​ມາ​ຄົມ​ນັກ​ຂ່າວ​ຂັ້ນ​ຕ່າງໆ. ລະ​ອຽດ​ແມ່ນ​ໄດ້​ປະ​ຕິ​ບັດໜ້າ​ທີ່​ກໍ່​ສ້າງ ແລະ ຂະ​ຫຍາຍ​ຖັນ​ແຖວ​ບັນ​ດາ​ຜູ້​ເຮັດ​ວຽກ​ງານ​ສື່ມວນ​ຊົນ, ເຊີດ​ຊູ​ຄວາມ​ຮັບ​ຜິດ​ຊອບ​ສັງ​ຄົ​ມ, ພັນ​ທະ​ພົນ​ລະ​ເມືອງ​ຂອງ ບັນ​ດາ​ຜູ້​ເຮັດ​ວຽກ​ງານ​ສື່ມວນ​ຊົນ, ຍູ້​ແຮງ​ການ​ຮ່ຳ​ຮຽນ ແລະ ເຮັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັນ​ປະ​ທານ​ໂຮ່​ຈິ​ມິນ. ປະ​ຄິ​ບັດ 2 ໜ້າ​ທີ່​ຍຸດ​ທະ​ສາດ ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ຕໍ່​ສູ້​ຢ່າງ​ບໍ່​ຜ່ອນ​ສັ້ນ​ຜ່ອນ​ຍາວ​ກັບ​ກົນ​ອຸ​ບາຍ​ເລ່ຫຼຽມ​ຂອງ​ອິດ​ທິ​ກຳ​ລັງ​ເປັນ​ປໍ​ລັກ​ປັກ ”

ຂ່າວ/ບົດ​ອື່ນ