ພິທີສະເຫຼີມສະຫຼອງ 68 ປີແຫ່ງວັນການ ປະຕິວັດເດືອນສິງຫາ
(ພາບປະກອບ:xaluan.com)
(vovworld)- ວັນທີ 19/8, ທ້ອງຖິ່ນຕ່າງໆໃນທົ່ວປະເທດຫວຽດນາມ ໄດ້ດຳເນີນການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ 68 ປີແຫ່ງວັນການປະຕິວັດເດືອນສິງຫາປະສົບຜົນສຳເລັດ (19/8/1945-19/8/2013). ວັນທີ 19/8/1945 ແມ່ນຂີດໝາຍປະຫວັດສາດອັນສະຫງ່າງລາສີ ໃນວິວັດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດນັບພັນໆປີຂອງຊາດຫວຽດນາມ. ເປັນຄັ້ງທຳອິດທີ່ຊາດໜ້ອຍຊາດໜຶ່ງໄດ້ປົດປ່ອຍຕົນເອງອອກຈາກແອກປົກຄອງຂອງຈັກກະພັດລ່າເມືອງຂຶ້ນ ກາຍເປັນປະເທດເອກະລາດ.
ໜັງສືພິມໃຫ່ຍຂອງຫວຽດນາມ ສະບັບອອກວັນທີ 19/8 ໄດ້ລົງພິມບັນດາຂ່າວ, ບົດກ່ຽວກັບຄວາມໝາຍແຫ່ງປະຫວັດສາດຂອງວັນການປະຕິວັດເດືອນສິງຫາປີ 1945. ບົດນຳ “ນ້ຳໃຈການປະຕິວັດເດືອນສິງຫາໄດ້ປຸກລະດົມພວກເຮົາກ້າວຂຶ້ນ“ ລົງພິມໃນໜັງສືພິມເຍິນເຢີນ ແປ່ວ່າ ປຊຊ ສຽງຂອງພັກກອມມູນິດຫວຽດນາມ ໄດ້ຢັ້ງຢືນວ່າ: ໃນຕະຫຼອດໄລຍະແຫ່ງການສ້າງສາ ແລະ ປົກປັກຮັດສາປະເທດຊາດນັບພັນປີ, ໄຊຊະນະອັນໃຫ່ຍຫຼວງຂອງການປະຕິວັດເດືອນສິງຫາ ແມ່ນໜຶ່ງໃນບັນດາໜ້າປະຫວັດສາດອັນສ່າຫງ່າລາສີໃນປະຫວັດສາດຂອງຊາດຫວຽດນາມ. ເພື່ອສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາສຳເລັດຜົນ, ທົ່ວພັກ, ທົ່ວປວງຊົນຕ້ອງເສີມຂະຫຍາຍລັດທິຮັກຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ອອກແຮງປະຕິບັດມະຕິກອງປະຊຸມໃຫ່ຍພັກກອມມູນິດຫວຽດນາມຄັ້ງທີ 11 ຢ່າງມີໄຊ.
ສ່ວນໜັງສືພິມກວນໂດ້ຍເຍິນເຢິນ ແປ່ວ່າກອງທັບ ປຊຊ ໄດ້ລົງພິມບົດນຳດ້ວຍຫົວຂໍ້ວ່າ: “ນ້ຳໃຈການປະຕິວັດເດືອນສິງຫາໃນພາລະກິດປ່ຽນແປງໃໝ່“ ໂດຍຢັ້ງຢືນວ່າ ໃນຕະຫຼອດໄລຍະທາງແຫ່ງການປະຕິວັດໃນເກືອບ 70 ປີຜ່ານມາ, ບັນດາແນວຄິດມີຂອບຂະໜາດແຫ່ງຍຸກສະໄໝຂອງການປະຕິວັດເດືອນສິງຫາຍັງຄົງຮັກສາຄຸນຄ່າເດີມໄວ້ໄດ້ ແລະ ໄດ້ຮັບການໝູນໃຊ້, ພັດທະນາຢ່າງມີຫົວຄິດປະດິດສ້າງຜ່ານໄລຍະແຫ່ງການປະຕິວັດຕ່າງໆ. ນ້ຳໃຈ ແລະ ບັນດາຜົນງານອັນຍິ່ງໃຫ່ຍຂອງການປະຕິວັດເດືອນສິງຫາ ຍາມໃດກໍ່ແມ່ນກຳລັງໜູນອັນໃຫ່ຍຫຼວງ ປຸກລະດົມທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ສືບຕໍ່ນຳພາລະກິດປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດບັນລຸໄດ້ບັນດາຜົນງານໃໝ່.