ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂອງຂະແໜງກິລາກາຍຍະກຳ

ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂອງຂະແໜງກິລາກາຍຍະກຳ - ảnh 1
ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ​ຂອງ​ຂະ​ແໜງ​ກິ​ລາ​ກາຍ​ຍະ​ກຳ​ຫວຽດ​ນາມ   (baothethao)


(vovworld)- ຕອນ​ເຊົ້າ​ວັນ​ທີ 27/3, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ​ຂອງ​ຂະ​ແໜງ​ກິ​ລາ​ກາຍ​ຍະ​ກຳ​ຫວຽດ​ນາມ ແລະ ຕ້ອນ​ຮັບຫຼຽນ​ໄຊ​ເອ​ກະ​ລາດ​ຊັ້ນ​ 1 . ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ດັ່ງ​ກ່າວ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ດຶກ​ດາມ​ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ໝາກ​ຜົນ​ທີ່​ພົ້ນ​ເດັ່ນ​ຂອງ ຂະ​ແໜງ​ກິ​ລາ​ກາຍ​ຍະ​ກຳ​ຫວຽດ​ນາມໃນ​ໄລ​ຍະ​ທີ່​ຜ່ານ​ມາ, ທ່ານ​ໄດ້​ສະ​ເໜີ​ທົ່ວ​ຂະ​ແໜງເລັ່ງ​ໃສ່​ພັດ​ທະ​ນາ​ຂົງ​ເຂດ​ກິ​ລາ​ກາຍ​ຍະ​ກຳ​ຢ່າງ​ຮອບ​ດ້າຍ​ນັບ​ທັງ​ຂອບ​ຂະ​ໜາດ ແລະ ຄຸນ​ນະ​ພາບ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

    ແລະ ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາງ ເຈືອງ​ທິ​ມາຍ ກຳ​ມະ​ການ​ກົມ​ການ​ເມືອງ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ໄດ້​ຕ່າງ​ໜ້າ​ພັກ, ລັດ​ຫວຽດ​ນາມມອບຫຼຽນ​ໄຊ​ເອ​ກະ​ລາດ​ຊັ້ນ 1 ໃຫ້​ແກ່​ກົມ​ໃຫຍ່​ກິ​ລາ​ກາຍ​ຍະ​ກຳ​ຫວຽດ​ນາມ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ຫວຽດ​ນ​າມ.

 

ຂ່າວ/ບົດ​ອື່ນ