ພິທີສະເຫຼີມສະຫຼອງ239ປີແຫ່ງວັນເອກະລາດອາເມລິກາແລະ20ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອາເມລິກາ

ພິທີສະເຫຼີມສະຫຼອງ239ປີແຫ່ງວັນເອກະລາດອາເມລິກາແລະ20ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອາເມລິກາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຟ້າ​ມບິ່ງ​ມີງ ແລະ
ທ່ານ​ອະດີດ​ປະທານາທິບໍດີ​ອາ​ເມ​ລິ​ກາ Bill Clinton
(ພາບ: VGP/Hải Minh)


(vovworld) – ພິທີ​ສະ​ເຫຼີ​ມສະຫຼອງ 239 ປີ​ແຫ່ງ​ວັນ​ເອກະລາດ​ອາ​ເມ​ລິ​ກາ ​ແລະ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ-​ອາ​ເມ​ລິ​ກາ ​ໂດຍ​ສະຖານທູດ​ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ຄຳ່​ວັນ​ທີ 02/07, ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມີງ ​ໄດ້​ອວຍພອນ​ບັນດາ​ການ​ນຳ ​ແລະ ປະຊາຊົນ​ອາ​ເມ​ລິ​ກາ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ເຫດການ​ສຳຄັນ​ນີ້ ​ແລະ ສະ​ແດງ​ຄວາມ​ເບີກບານ​ມ່ວນ​ຊື່ນ​ເມື່ອເຫັນ​ວ່າ: ​ໃນ 20 ປີ​ຜ່ານ​ມາ, ການ​ພົວພັນ ຫວຽດນາມ-​ອາ​ເມ​ລິ​ກາ ​ໄດ້​ມີ​ບາດກ້າວ​ພັດທະນາ​ສຳຄັນ​ທີ່​ສຸດ​ໃນ​ທຸກ​ຂົງ​ເຂດ ​ແລະ ປະຈຸ​ບັນ 2 ປະ​ເທດ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຮອບດ້ານ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ແທດ​ຈິງ​ຕໍ່ 2 ປະ​ເທດ, ປະກອບສ່ວນ​ຢ່າງຕັ້ງໜ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ພັດທະນາ​ຢູ່​ພາກ​ພື້ນ. ພ້ອມ​ກັນ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມີງ ກໍ​ຢືນຢັນ​ວ່າ: ການ​ພົວພັນ​ລະຫວ່າງ ຫວຽດນາມ-​ອາ​ເມ​ລິ​ກາ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ ​ເພື່ອ​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ກ່ວາ, ຕອບ​ສະ​ໜອງ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ 2 ປະ​ເທດ.

          ​ແລະ​ກໍ​​ໃນ​ພິທີ, ທ່ານ​ອະດີດ​ປະທານາທິບໍດີ​ອາ​ເມ​ລິ​ກາ Bill Clinton ກໍຕີ​ລາຄາ​ສູງ​ການ​ພັດທະນາ​ຂອງ​ສາຍ​ພົວພັນ ຫວຽດນາມ-​ອາ​ເມ​ລິ​ກາ ​ໃນ 20 ປີຜ່ານມາ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ-​ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ