ພິທີສະເຫຼີມ ສະຫຼອງ 1972 ປີແຫ່ງວັນການລຸກຮຶ້ຂຶ້ນ ພະນາງຈຶງ 2 ອົງ
ຕອນເຊົ້າວັນທີ 28/1, ທ່ານນາງຫງວຽນທິຢວານ, ຮອງປະທານປະເທດຫວຽດນາມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 1972 ປີ ແຫ່ງວັນການລຸກຮຶ້ຂຶ້ນພະນາງຈຶງ 2 ອົງຢູ່ເມືອງເມລິງ ແຂວງຫວິ໋ງຟຸກ. ນະພິທີ, ທ່ານນາງ ຮອງປະທານປະເທດຫວຽດນາມ ຫງວຽນທິຢວານຢືນຢັນວ່າ: ໃນວັນນີ້ຂອງທຸກໆປີ, ປະຊາຊົນທົ່ວປະເທດໄດ້ມຸ້ງໄປເຖິງງານບຸນວິຫານພະນາງຈຶງ 2 ອົງ ຊື່ງສະແດງໃຫ້ເຫັນຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”. ທ່ານນາງ ຮອງປະທານປະເທດຫວຽດນາມປາດຖະໜາວ່າ ເມືອງເມລິງ ຊື່ງແມ່ນບ້ານເກີດເມືອງນອນຂອງພະນາງຈຶງວິລະຊົນ 2 ອົງຈະສືບຕໍ່ສາມັກຄີກັນ, ປະຕິດບັດບັນດາໜ້າທີ່ໃນປີ 2012 ເປັນຢ່າງດີ. ພາຍຫລັງພິທີ, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ພ້ອມດ້ວຍບັນດາຜູ້ແທນ ແລະປະຊາຊົນໄດ້ຖະຫວາຍທູບທຽນຢູ່ ວິຫານພະນາງຈຶງ 2 ອົງ. ງານບຸນ ວິຫານພະນາງຈຶງ 2 ອົງດຳເນີນໄປແຕ່ວັນທີ 28 ຫາວັນທີ 30/1 ກົງກັບວັນທີ 6 ຫາວັນທີ 8 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ.