(vovworld) – ຕອນເຊົ້າວັນທີ 1/1/2014, ຢຸ່ເກາະ ເຊີນກາ, ຕາແສງເກາະ ຊິງໂຕນ, ເມືອງ ເຈື່ອງຊາ, ແຂວງແຄ໋ງຮ່ວາ ໄດ້ຈັດພິທີເຄົາລົບທຸງຊາດ ເນື່ອງໃນໂອກາດຕ້ອນຮັບປີໃໝ່ 2014. ພິທີເຄົາລົບທຸງຊາດຕ້ອນຮັບປີໃໝ່ໄດ້ກາຍ
ເປັນມູນເຊື້ອ, ແມ່ນຈຸດວັດທະນະທຳອັນດີງາມຂອງພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເຂດທະເລໝູ່ເກາະທີ່ຫ່າງໄກ.
ໃຕ້ທຸງຊາດ, ພະນັກງານ, ນັກຮົບ ແລະ ປະຊາຊົນໃນເກາະ ເຊີນກາ ໄດ້ພ້ອມກັນບັນເລັງເພງຊາດ. ສຽງເພງຄືດັ່ງຄຳໝາຍໝັ້ນ, ຢັ້ງຢືນຄວາມຕັດສິນໃຈຂອງບັນດາພະນັກງານ, ນັກຮົບ ແລະ ປະຊາຊົນພວມດຳລົງຊີວິດ ແລະ ປະຕິບັດງານຢູ່ໝູ່ເກາະເຈື່ອງຊາ ຈະຮັກສາອະທິປະໄຕເຂດທະເລໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ.
ພາຍລັງພິທີເຄົາລົບທຸງຊາດ, ໂດຍຕາງໜ້າໃຫ້ພະນັກງານ, ນັກຮົບທີ່ພວມປະຕິບັດງານໃນເກາະ, ພັນໂທ ຫວູເຕີ້ນຕາຍ ໄດ້ອ່ານ 10 ປະຕິຍານຂອງທະຫານໃນກອງທັບປະຊາຊົນ ຫວຽດນາມ. ພັນຕີ ໂດ໋ເທ໋ຕ໋ວຽນ, ຜູ້ບັນຊາການກຳລັງທະຫານຢູ່ເກາະ ເຊີນກາ, ກ່າວວ່າ:
“ພິທີເຄົາລົບທຸງຊາດມື້ນີ້, ເມື່ອໄດ້ຮັບຂອງຂວັນພ້ອມກັບຄຳອວຍພອນຈາກດິນຕໍ່ແຜ່ນ... ພະນັກງານ, ນັກຮົບຮູ້ສຶກຕື້ນຕັນໃຈ, ຮູ້ສຶກຕົນເອງຄືດັ່ງເພີ່ມເຈດຈຳນົງ, ເພີ່ມກຳລັງແຮງເພື່ອປະຕິບັດໜ້າທີ່ເຊິ່ງໄດ້ຮັບມອບໝາຍຢ່າງສຳເລັດຜົນ. ພ້ອມທັງປົກປັກຮັກສາ, ອະທິປະໄຕຊາດທະເລໝູ່ເກາະຂອງປະເທດຊາດ.”