ພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນໃນໄລຍະ 30 ປີແຫ່ງການປ່ຽນແປງໃໝ່
(VOVWORLD) - ຕອນຕ່ຳວັນທີ 14 ຕຸລາ ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນໃນໄລຍະ 30 ປີແຫ່ງການປ່ຽນແປງໃໝ່.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ (ພາບ: VGP) |
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ຊາວກະສິກອນມີປະມານ 60 ລ້ານຄົນ, ກວມເອົາ 2/3 ຈຳນວນພົນລະເມືອງໃນທົ່ວປະເທດ, ກຳລັງຊາວກະສິກອນ ຫວຽດນາມ ຍາມໃດກໍ່ແມ່ນເສົາຄ້ຳໃນການພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີສະເໜີທຸກຂະແໜງການ, ທຸກຂັ້ນ ແລະ ສະມາຄົມຊາວກະສິກອນ ຫວຽດນາມ ຄວນສຸມໃສ່ປະຕິບັດບັນດາໜ້າທີ່, ມາດຕະການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ ຕິດພັນກັບການກໍ່ສ້າງຊົນນະບົດໃໝ່ຢ່າງຄົບຊຸດ ແລະ ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:
“ສະມາຄົມຊາວກະສິກອນຕ້ອງມີມາດຕະການໜູນຊ່ວຍແທດຈິງ, ມີປະສິດທິຜົນ ຊ່ວຍໃຫ້ຊາວກະສິກອນເພີ່ມທະວີການຮ່ວມສຳພັນ, ຈັດຕັ້ງການຜະລິດຕາມທິດຫັນໄປສູ່ການຜະລິດເປັນສິນຄ້າມີຂອບຂະໜາດໃໝ່, ແຕ່ເສດຖະກິດຄອບຄົວນ້ອຍໄປຍັງການຮ່ວມສຳພັນສະຫະກອນ ແລະ ພ້ອມກັບບັນດາວິສາຫະກິດເຂົ້າຮ່ວມການຜະລິດດຳເນີນທຸລະກິດ.”