ພິທີເລີ່ມເດີນທາງເຂົ້າຮ່ວມງານແຂ່ງຂັນສີມືແຮງງານອາຊຽນຄັ້ງທີ11ປີ2016
ພິທີເລີ່ມເດີນທາງເຂົ້າຮ່ວມ
ງານແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 11 ເຂດພາກໃຕ້
(ພາບ: hungvuongtech.edu.vn)
(vovworld) - ຕອນເຊົ້າວັນທີ 18/09, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຈັດພິທີເລີ່ມເດີນທາງເຂົ້າຮ່ວມງານແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 11 ປີ 2016. ງານແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 11 ປີ 2016 ຖືກດຳເນີນໃນລະຫວ່າງວັນທີ 19 – 22/09, ຢູ່ສວນສາທາລະນະມາເລເຊຍ Agro Expositiong Serdang (MAEPS) ຂຶ້ນກັບລັດ Selangor. ງານແຂ່ງຂັນໄດ້ດຶງດູດຜູ້ເຂົ້າຮ່ວມເກືອບ 280 ຄົນ, ນັກຊ່ຽວຊານ 214 ຄົນທີ່ມາຈາກ 9 ປະເທດໃນກຸ່ມອາຊຽນ, ເຂົ້າຮ່ວມການແຂ່ງຂັນສີມືແຮງງານ 25 ອາຊີບ (23 ອາຊີບທາງການ, 2 ອາຊີບສະແດງ). ຄະນະຜູ້ແທນຫວຽດນາມ ມີ 109 ຄົນເຂົ້າຮ່ວມ.
ພິທີໄຂງານແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 11 ຖືຶກດຳເນີນແຕ່ວັນທີ 23 - 28/09.