(ພິທີແຫ່ເພັດສາລິພະພຸດທະເຈົ້າ 100 ເຈດີ)
(vovworld) - ພິທີແຫ່ເພັດສາລິພະພຸດທະເຈົ້າ 100 ເຈດີ ຖືກຈັດຕັ້ງຢ່າງສົມກຽດໃນຕອນຄຳ່ວັນທີ 16/8 ຢູ່ວັດ ວິງອຶ໋ງ, ເມືອງດົງແອງ, ຮ່າໂນ້ຍ. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ມອບຊໍ່ດອກໄມ້ມາຖະຫວາຍພິທີດັ່ງກ່າວ. ພິທີຖືກດຳເນີນຢ່າງເຄັ່ງຂຶມ. ດ້ວຍການເຂົ້າຮ່ວມຂອງການນຳສະມາຄົມພຸດທະສາສະໜາຫວຽດນາມ, ການນຳນະຄອນຮ່າໂນ້ຍ, ເມືອງດົງແອງ ແລະ ພຸດທະສາສະນິກະຊົນ ຢູ່ທ້ອງຖີ່ນ ແລະ ນັກທ່ອງຖ່ຽວ 2000 ກວ່າຄົນ. ເພັດສາລິພະພຸດທະເຈົ້າ ທີ່ວາງສະແດງໃນວັດ ລິງອຶ໋ງ ຄັ້ງນີ້ ແມ່ນນຳມາຈາກຫຼາຍປະເທດເຊັ່ນ: ອິນເດຍ, ເນປານ, ໄທ, ມຽນມາ.
ໃນໂອກາດນີ້, ສະມາຄົມໜູນຊ່ວຍຄອບຄົວນັກຮົບທີ່ເສຍສະຫຼະຊີວິດຫວຽດນາມ ໄດ້ມອບຂອງຂວັນ 10 ພູດ ( ແຕ່ລະພູດມີມູນຄ່າ 2 ລ້ານດົ່ງ) ໃຫ້ຄອບຄົວນັກຮົບເສຍສະຫຼະຊີວິດທີ່ປະສົບກັບຄວາມຫຍຸ້ງຍາກຢູ່ຕາແສງຊວນແກງ, ເມືອງດົງແອງ, ຮ່າໂນ້ຍ.