ພິທີໂຮມຊຸມນຸມໂດຍສະມາຄົມຜູ້ຮັບເຄາະ
ຮ້າຍຈາກທາດພິດສີສົ້ມ / ດີໂອຊີນ
(vovworld) - ພິທີໂຮມຊຸມນຸມໂດຍສະມາຄົມຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 10/08 ຢູ່ ຮ່າໂນ້ຍ. ເຂົ້າຮ່ວມພິທີ ມີທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ພ້ອມກັບການນຳບັນດາກະຊວງ, ຄະນະ, ຂະແໜງກນຂັ້ນສູນກາງ ແລະ ນະຄອນ ຮ່າໂນ້ຍ.
ໃນຊຸມປີຜ່ານມາ, ພັກ, ລັດ ຍາມໃດກໍ່ເອົາໃຈໃສ່, ຊີ້ນຳ, ມີບັນດາແຜນນະໂຍບາຍ, ນະໂຍບາຍ ເພື່ອແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດສີສົ້ມ/ດີໂອຊີນ. ແຕ່ລະປີ ລັດສະຫງວນງົບປະມານກ່ວາ 10.000 ຕື້ດົ່ງ ເພື່ອອຸດໜູນປະຈຳເດືອນ, ເບິ່ງແຍງດູແລສຸຂະພາບ, ຟື້ນຟູສະມັດທະພາບໃຫ້ແກ່ຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ. ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ:
“ຂ້າພະເຈົ້າສະເໜີບັນດາກະຊວງ, ຄະນະ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນເພີ່ມທະວີການຊີ້ນຳນຳພາວຽກງານແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດສີສົ້ມ/ດີໂອຊີນ; ສຸມໃສ່ປ່ຽນໃໝ່, ຫັນເປັນຫລາຍຮູບຫລາຍແບບ, ເພີ່ມທະວີການໂຄສະນາ, ການສຶກສາ, ຂົນຂວາຍປະຊາຊົນທຸກຊັ້ນວັນນະ ແລະ ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນໂລກ ແລະ ເພື່ອນມິດສາກົນ ເຂົ້າໃຈແຈ້ງກ່ວາກ່ຽວກັບ ເຫດວິນາດສະກຳທາດພິດສີສົ້ມຢູ່ ຫວຽດນາມ. ຂ້າພະເຈົ້າສະເໜີບັນດາກະຊວງ, ຄະນະ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຕັ້ງໜ້າຕອບສະໜອງຂະບວນການກະທຳເພື່ອຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ; ເຂົ້າຮ່ວມການເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ທີ່ປະສົບເຄາະຮ້າຍດ້ວຍບັນດາການກະທຳລະອຽດ ດ້ວຍນ້ຳໃຈອາສາສະໝັກ ແລະ ສະຕິຄວາມຮັບຜິດຊອບສູງສຸດ; ເອົາໃຈໃສ່ເປັນພິເສດກໍ່ສ້າງ, ຍົກລະດັບພາຫະນະອຸປະກອບຢູ່ຮາກຖານກວດ, ປິ່ນປົວ, ຟື້ນຟູສະມັດທະພາບ, ເບິ່ງແຍງດູແລລ້ຽງດູ ແລະ ສອນວິຊາຊີບໃຫ້ຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ”
ເຂົ້າຮ່ວມພິທີ, ທ່ານນາງ Susan Schnall ປະທານຂອງສາຂາສະມາຄົມນັກຮົບເກົ່າເພື່ອສັນຕິພາບນະຄອນ ນິວຢອກ ອາເມລິກາ ໃຫ້ຮູ້ວ່າ:
“ບັນດາບໍລິສັດ, ໂຮງງານຂອງພວກຂ້າພະເຈົ້າໄດ້ຜະລິດອາວຸດສົງຄາມ. ກອງທັບຂອງພວກຂ້າພະເຈົ້າໄດ້ຖິ້ມລະເບີດ ແລະ ຫວ່ານທາດພິດລົງໃສ່ດິນແດນ. ຂ້າພະເຈົ້າດ້ວຍຖານະເປັນນັກຮົບເກົ່າທີ່ເຂົ້າຮ່ວມສົງຄາມຢູ່ ຫວຽດນາມ ໄດ້ຍອມຮັບ ແລະ ຮັບຜິດຊອບໃຫ້ເລື່ອງລັດຖະບານຂ້າພະເຈົ້າໄດ້ນຳໃຊ້ທາດພິດສີສົ້ມ/ດີໂອຊີນຢູ່ດິນແດນ ແລະ ຫວຽດນາມ.”
ແລະກໍ່ໃນພິທີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ສະມາຄົມຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ເພື່ອຄວາມມານະພະຍາຍາມໃນການຊ່ວຍເຫຼືອບັນດາຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ທີ່ບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກ, ເຊື່ອມຕົວເຂົ້າກັບວົງຄະນະຍາດ.