(VOVWORLD) - ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ຕອນຄ່ຳວັນທີ 22 ພຶດສະພາ, ທີ່ມົດສະກູ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry A.Medvedev ໄດ້ເຂົ້າຮ່ວມພິທີໄຂປີ ຫວຽດນາມ ຢູ່ ລັດເຊຍ ແລະ ປີ ລັດເຊຍ ຢູ່ ຫວຽດນາມ.
ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ: ປີ ຫວຽດນາມ ຢູ່ ລັດເຊຍ ແລະ ປີ ລັດເຊຍ ຢູ່ ຫວຽດນາມ ຂອງ 2 ປະເທດຈະແມ່ນໂອກາດຮ່ວມມືຢ່າງແທ້ຈິງ, ຮອບດ້ານໃນທຸກຂົງເຂດ. ທ່ານກ່າວວ່າ:
ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍຫລັງເຫດການປີ ຫວຽດນາມ ຢູ່ ລັດເຊຍ ແລະ ປີ ລັດເຊຍ ຢູ່ ຫວຽດນາມ, ຈະນັບມື້ນັບມີປະຊາຊົນ 2 ປະເທດຫລາຍຄົນເລືອກເອົາ ຫວຽດນາມ ແລະ ສະຫະພັນ ລັດເຊຍ ແມ່ນສະຖານທີ່ໄປເຮັດວຽກ, ທ່ອງທ່ຽວ, ຮ່ຳຮຽນໃຫ້ແກ່ຕົນເອງ ແລະ ຄອບຄົວ ກໍ່ຄືນັບມື້ນັບມີຫລາຍວິສາຫະກິດ 2 ປະເທດຊອກໄດ້ໂອກາດທຳມາຫາກິນ, ຮ່ວມມືກັນ, ປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.
ພິທີໄຂປີ ຫວຽດນາມ ຢູ່ ລັດເຊຍ ແລະ ປີ ລັດເຊຍ ຢູ່ ຫວຽດນາມ |
ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry A.Medvedev ກໍ່ຢືນຢັນເຖິງລັກສະນະພິເສດ, ຫລາຍດ້ານຂອງການຮ່ວມມືລະຫວ່າງ ລັດເຊຍ ແລະ ຫວຽດນາມ ແລະ ຄວາມຕັດສິນໃຈຂອງທັງ 2 ຝ່າຍແມ່ນຮັດແໜ້ນ ແລະ ປັບປຸງການພົວພັນນີ້ ດ້ວຍທຸກວິທີທາງ. ທ່ານກ່າວວ່າ:
ສຳລັບພວກຂ້າພະເຈົ້າແລ້ວ, ເລື່ອງຢູ່ ຫວຽດນາມ ພວກເພື່ອນນິຍົມ ແລະ ຕີລາຄາສູງວັດທະນະທຳ, ສິລະປະຄຼາດຊິກບູຮານ ແລະ ທັນສະໄໝຂອງ ລັດເຊຍ ແມ່ນສຳຄັນທີ່ສຸດ. ແລະ ຊາວ ລັດເຊຍ ພວມນັບມື້ນັບຄົ້ນຫາປະຫວັດສາດອັນອຸດົມສົມບູນ, ຈິດຕະກຳ ແລະ ດົນຕີພື້ນເມືອງຂອງ ຫວຽດນາມ ຢ່າງກ້ວາງຂວາງກ່ວາ ໃຫ້ແກ່ຕົນເອງ. ປະຊາຊົນຂອງພວກຂ້າພະເຈົ້າ ຍາມໃດກໍ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກພວກເພື່ອນ. ປະຈຸບັນ, ໄວໜຸ່ມ ຫວຽດນາມ ຍັງນິຍົມຮຽນພາສາ ລັດເຊຍ, ຮ່ຳຮຽນ, ຄົ້ນຄວ້າຢູ່ ລັດເຊຍ.