ພິທີໄວ້ອາໄລເຄົາລົບສົບທ່ານອະດີດເລຂາທິການໃຫຍ່ໂດ໊ເມື່ອຍ ໄດ້ຈັດຕັ້ງຢ່າງສົມກຽດ

(VOVWORLD) - ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ແມ່ນການສູນເສຍອັນໃຫຍ່ຫຼວງຕໍ່ພັກ, ລັດ ແລະ ປະຊາຊົນ, ເຮັດໃຫ້ເພື່ອນມິດສາກົນມີຄວາມໂສກເສົ້າເສຍດາຍທີ່ສຸດ
ພິທີໄວ້ອາໄລເຄົາລົບສົບທ່ານອະດີດເລຂາທິການໃຫຍ່ໂດ໊ເມື່ອຍ ໄດ້ຈັດຕັ້ງຢ່າງສົມກຽດ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ອ່ານບົດສະດຸດີທີ່ພິທີ

ຕອນເຊົ້າວັນທີ 7 ຕຸລາ, ທີ່ຫໍທຳພິທີງານສົບແຫ່ງຊາດ, ເຮືອນເລກທີ 5 ຖະໜົນ ເຈິ່ນແທ໊ງຕົງ, ຮ່າໂນ້ຍ, ນະຄະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລເຄົາລົບສົບທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງຮັກສາການປະທານປະເທດ ດັ້ງທິງອັກທິ້ງ ພ້ອມກັບການນຳ, ອະດີດການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດຜ່ານສະໄໝຕ່າງໆ. ຄະນະຜູ້ແທນຂັ້ນສູງພັກ, ລັດ ສປປ ລາວ ໂດຍທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເຂົ້າຮ່ວມພິທີໄວ້ອາໄລເຄົາລົບສົບ.

        ເມື່ອອ່ານບົດສະດຸດີທີ່ພິທີ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫົວໜ້າຄະນະຈັດຕັ້ງພິທີງານສົບ ໄດ້ຢັ້ງຢືນວ່າ: ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ແມ່ນການສູນເສຍອັນໃຫຍ່ຫຼວງຕໍ່ພັກ, ລັດ ແລະ ປະຊາຊົນ, ເຮັດໃຫ້ເພື່ອນມິດສາກົນມີຄວາມໂສກເສົ້າເສຍດາຍທີ່ສຸດ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຫວນຄືນວິວັດການປະຕິບັດງານ ແລະ ບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ຕໍ່ວິວັດແຫ່ງການປ່ຽນແປງໃໝ່, ສ້າງສາປະເທດ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ:

        “ໃນຕະຫຼອດຊີວິດດ້ວຍ 80 ກ່ວາປີທີ່ເຄື່ອນໄຫວການປະຕິວັດນັ້ນ, ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໄດ້ມີຄຸນງາມຄວາມດີອັນໃຫຍ່ຫຼວງ, ໄດ້ອຸທິດສ່ວນໃຫ້ແກ່ພາລະກິດແຫ່ງການປະຕິວັດຂອງພັກ ແລະ ຂອງຊາດ. ເຊິ່ງເປັນພະນັກງານປະຕິວັດຜູ້ອາວຸໂສ, ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ຍາມໃດກໍ່ຮັກສາເຈດຈຳນົງ, ຈັນຍາບັນຂອງນັກຮົບກອມມູນິດ, ສຸດຈິດສຸດໃຈຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ. ແມ່ນໜຶ່ງໃນບັນດາການນຳຫຼັກແຫຼ່ງທີ່ດີເດັ່ນຂອງພັກ, ເຖິງວ່າໄດ້ດຳລົງໃນຕຳແໜ່ງໃດທ່ານກໍ່ສຸມຈິດສຸມໃຈປະກອບບັນດາຄຳເຫັນສຳຄັນເຂົ້າໃນບັນດາບັນຫາໃຫຍ່ຂອງປະເທດຊາດ.”

ພິທີໄວ້ອາໄລເຄົາລົບສົບທ່ານອະດີດເລຂາທິການໃຫຍ່ໂດ໊ເມື່ອຍ ໄດ້ຈັດຕັ້ງຢ່າງສົມກຽດ - ảnh 2ລົດຕ່າງສົບ

        ບັນດາການນຳພັກ, ລັດ, ຜູ້ຕາງໜ້າປະຊາຊົນທຸກຊັ້ນວັນນະກໍ່ໄດ້ສະຫງວນເວລາໜຶ່ງນາທີກົ້ມຫົວໄວ້ອາໄລເຖິງດວງວິນຍານທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.

        ໃນຊຸມວັນຜ່ານມາ, ມີ 1.600 ກ່ວາຄະນະ ດ້ວຍຈຳນວນ 60.000 ກ່ວາຄົນແມ່ນຜູ້ຕາງໜ້າຂອງບັນດາອົງການ, ອົງການຈັດຕັ້ງມະຫາຊົນຂັ້ນທ້ອງຖິ່ນ, ປະຊາຊົນ, ຜູ້ມີຍົດຖາບັນດາສັກສາສະໜາ, ອົງການຈັດຕັ້ງ, ສ່ວນບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດ ກໍ່ໄດ້ເຂົ້າໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ. ຄະນະທຸຕານຸທູດກ່ວາ 100 ຄະນະ, ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ລາວ, ກຳປູເຈຍ, ກູບາ ໄດ້ເຂົ້າໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ແລະ ການນຳຫຼາຍປະເທດໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງພັກ, ລັດ ຫວຽດນາມ ແລະ ຄອບຄົວຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ