ພິທີໄວ້ອາໄລແລະປົງອັດຖິທະຫານອາສາສະໝັກ,ນັກຊ່ຽວຊານຫວຽດນາມເສຍສະຫຼະຊີວິດຢູ່ລາວ26ຊຸດ

ພິທີໄວ້ອາໄລແລະປົງອັດຖິທະຫານອາສາສະໝັກ,ນັກຊ່ຽວຊານຫວຽດນາມເສຍສະຫຼະຊີວິດຢູ່ລາວ26ຊຸດ - ảnh 1
​​​ພິ​ທີໄວ້​ອາ​ໄລ​ແລະ​ປົງ​ອັດ​ຖິ​

(vovworld) –  ​​​ພິ​ທີໄວ້​ອາ​ໄລ​ແລະ​ປົງ​ອັດ​ຖິ​ທະ​ຫານ​ອາ​ສາ​ສະ​ໝັກ, ນັກ​ຊ່ຽວ​ຊານ​ ຫວຽດ​ນາມ​ ທີ່ເສຍ​ສະຫຼະ​ຊີ​ວິດ​ຢູ່​ ລາວ 26 ຊຸດໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 14/5, ຢູ່​ສຸ​ສານ​ນັກ​ຮົບ​ເສ​ຍສະຫຼະ​ຊີ​ວິດ​ເພື່ອ​ຊາດ ບາ​ຢົກ, ເມືອງ ໂບ໋​ແຈກ, ແຂ​ວງ ກວາງ​ບີ່ງ. ນີ້​ແມ່ນ​ບັນ​ດາ​ອັດ​ຖິ​ນັກ​ຮົບ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ຢູ່​ລາວ ໃນ​ການ​ຕໍ່​ສູ້​ຕ້ານ​ລ່າ​ເມືອງ​ຂຶ້ນ ຝ​ຣັ່ງ ແລະ ຈັກ​ກະ​ພັດ ອາ​ເມ​ລິ​ກາ ​ເຊິ່ງໄດ້​ເຕົ້າ​ໂຮມ​ໃນ​ລະ​ດູ​ແຫ້ງ​ປີ 2014 – 2015.

        ທີ່​ພິ​ທີ​ໄວ້​ອາ​ໄລ, ບັນ​ດາ​ຜູ້​ແທນ ແລະ ປະ​ຊ​າ​ຊົນ​ເປັນ​ຈຳ​ນວນຫຼວງຫຼາຍ ໄດ້​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ນັກ​ຮົບ​ທີ່​ໄດ້​ເສຍ​ສະຫຼະ​ເລືອດ​ເນື້ອ​ເພື່ອ​ພາ​ລະ​ກິດ​ປົດ​ປ່ອຍ​ປະ​ຊາ​ຊົນ​ລາວ ບັນ​ດາ​ເຜົ່າ.

 


ຕອບກັບ

ຂ່າວ/ບົດ​ອື່ນ