(VOVWORLD) - ຕອນເຊົ້າວັນທີ 6 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ສປ.ຈີນ ກໍ່ໄດ້ຈັດຕັ້ງພິທີໄວ້ອາໄລ ທ່ານອະດີດເລຂາທິການໃກຍ່ ໂດ໊ເມື່ອຍ.
ສະຖານທູດ ຫວຽດນາມ ຢູ່ ອາເມລິກາ ຈັດຕັ້ງພິທີໄວ້ອາໄລ
|
ໃນລະຫວ່າງວັນທີ 6 ແລະ 7 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ ໄດ້ຈັດພິທີຂຽນປື້ມ ແລະ ໄວ້ອາໄລທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂດ໊ເມື່ອຍ ຢູ່ສະຖານທູດ ຫວຽດນາມ ປະຈຳ ມົດສະກູ.
ຕອນເຊົ້າວັນທີ 6 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ສປ.ຈີນ ກໍ່ໄດ້ຈັດຕັ້ງພິທີໄວ້ອາໄລ ທ່ານອະດີດເລຂາທິການໃກຍ່ ໂດ໊ເມື່ອຍ. ປຶ້ມໄວ້ອາໄລໃນລະຫວ່າງວັນທີ 6 – 8 ຕຸລາ ເພື່ອຕາງໜ້າໃຫ້ອຳນາດການປົກຄອງປະເທດປະຈຳຖິ່ນ ແລະ ບັນດາຄະນະທຸຕານຸທູດ ປະຈຳ ຈີນ ໄດ້ເຂົ້າໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.
ກ່ອນໜ້ານັ້ນ, ວັນທີ 4 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ນະຄອນຫຼວງ ກີແອບ, ປະເທດ ຢູແກຼນ ໄດ້ຈັດພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.
ໃນລະຫວ່າງວັນທີ 4 – 5 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ກໍ່ໄດ້ຈັດພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.
ພະນັກງານ, ລັດຖະກອນຢູສະຖານທູດ ຫວຽດນາມ ປະຈຳ ຈີເລ ກົ້ມຫົວໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ
|
ໃນລະຫວ່າງວັນທີ 5 - 6 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ຈີເລ ໄດ້ຈັດພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.
ສ່ວນສະຖານທູດ ຫວຽດນາມ ປະຈຳ ລາຊະອານາຈັກ ກຳປູເຈຍ ກໍ່ໄດ້ຈັດພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໃນລະຫວ່າງວັນທີ 4 – 5 ຕຸລາ.
ພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ກໍ່ໄດ້ຮັບການຈັດຕັ້ງຢູ່ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ, ການາດາ, ໂຮນລັງ, ໄທ, ສ. ເກົາຫຼີ, ມຽນມາ, ກູບາ, ອິນເດຍ, ອິດສະຣາແອັນ… ເຊັ່ນດຽວກັນ.