ພິທີໄຫວ້ອາໄລ,ປົງອັດຖິທະຫານອາສາສະໝັກແລະນັກຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ລາວ
ພາບປະກອບ
(vovworld) – ຕອນເຊົ້າວັນທີ 14/5, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ບາໂຢກ, ເມືອງ ໂບ່ແຈກ, ແຂວງ ກວາງບີ່ງ ໄດ້ຈັດຕັ້ງພິທີຮັບ ແລະ ປົ່ງອັດຖິທະຫານອາສາສະໝັກແລະນັກຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ລາວ 32 ຊຸດ. ບັນດາຜູ້ແທນພ້ອມກັບປະຊາຊົນເປັນຈຳນວນຫຼາຍໄດ້ຖະຫວາຍທູບທຽນ, ສະແດງຄວາມຮູ້ບຸນຄຸນ ແລະ ຄວາມເຂົ້າອົກເຂົ້າໃຈຢ່າງເລິກເຊິ່ງທີ່ໄດ້ເສຍສະຫຼະເລືອດເນື້ອຂອງຕົນເພື່ອພາລະກິດປົດປ່ອຍປະເທດລາວ. ບັນດາວິລະກຳຂອງບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໄດ້ປະກອບສ່ວນເຮັດໃຫ້ໜ້າປະຫວັດສາດຄຳຂອງ 2 ຊາດເພີ່ມຄວາມສະຫງ່າລາສີຂຶ້ນຕື່ມ, ພ້ອມທັງຮັດແໜ້ນນ້ຳໃຈສັດຊື່ບໍລິສຸດ, ຄວາມສາມັກຄີ ມິດຕະພາບແບບພິເສດລະຫວ່າງ 2 ປະເທດ ຫວຽດນາມ - ລາວ.