ກໍ່າປັ່ນກອງທັບເຮືອອີນເດຍ
( ພາບ: chinhphu.vn )
( vovworld ) - ຕອນບ່າຍວັນທີ 22/5, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ພົນຕີ Vo Van Tuan, ຮອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຮອງພົນເຮືອເອກ Ajit Kumar, ຜູ້ບັນຊາການກອງທັບເຮືອພາກຕາເວັນອອກອີນເດຍ ທີ່ພວມຢູ່ຢ້ຽມຢາມຫວຽດນາມ. ພົນຕີ Vo Van Tuan ຢັ້ງຢືນວ່າ, ການຢ້ຽມຢາມຂອງຮອງພົນເຮືອເອກ Ajit Kumar ບໍ່ພຽງແຕ່ເພື່ອສືບຕໍ່ປະຕິບັດບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນຊາດສອງຝ່າຍ ລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງແມ່ນປະກົດການຢ່າງມີຊີວິດຊີວາຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງປະຊາຊົນ ແລະ ກອງທັບສອງປະເທດຫວຽດນາມ - ອີນເດຍ ເວົ້າລວມ ແລະ ກອງທັບເຮືອສອງປະເທດເວົ້າສະເພາະ. ພົນຕີ Vo Van Tuan ແລະ ຮອງພົນເຮືອເອກ Ajit Kumar ເຫັນດີເປັນເອກະສັນນຳກັນວ່າ ໃນໄລຍະຈະມາເຖິງ, ກອງທັບເຮືອສອງປະເທດຄວນສືບຕໍ່ຮ່ວມມືອັນດີງາມໃນບັນດາຂົງເຂດທີ່ມີຢູ່ແລ້ວ, ພ້ອມທັງພັດທະນາການຮ່ວມມືໃນບາງຂົງເຂດໃໝ່ ເຊິ່ງທັງສອງຝ່າຍຕ່າງມີຄວາມສົນໃຈ, ເໝາະສົມກັບຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາລວມຂອງພາກພື້ນ ແລະ ຢູ່ໃນໂລກ.