ພົນລະເມືອງຕວກກີກ່ວາ700ຄົນເຂົ້າຮ່ວມກຳລັງIS
(ພາບປະກອບຈາກ theepochtimes)
|
(vovworld) – ວັນທີ 15/1, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ຕວກກີ Mevlut Cavusoglu ໃຫ້ຮູ້ວ່າ: ມີພົນລະເມືອງຕວກກີ 700 ຄົນໄດ້ເຂົ້າຮ່ວມອົງການ “ລັດອິດສະລາມ” ອ້າງຊື່ເອງ (IS), ສິ່ງດັ່ງກ່າວເປັນການກ່າວເຕືອນກ່ຽວກັບໄພຈະເກີດ ບັນດາການບຸກໂຈມຕີກໍ່ການຮ້າຍຢູ່ພາຍໃນ ຕວກກີ ເມື່ອບັນດາເປົ້າໝາຍຫົວຮຸນແຮງນີ້ກັບຄືນເມືອປະເທດ. ຕາມທ່ານ Cavusoglu, ປະຈຸບັນ ຕວກກີ ໄດ້ຫ້າມບໍ່ໃຫ້ຊາວຕ່າງປະເທດປະມານ 7.250 ຄົນທີ່ເຄີຍມີແຜນການເຂົ້າຮ່ວມ IS ເຂົ້າເມືອງ ແລະ ຈະເນລະເທດ 1.160 ຄົນອື່ນອີກ.
ທ່ານລັດຖະມົນຕີ Cavusoglu ກໍ່ຖະແຫຼງວ່າ: ຕວກກີ ພວມດຳເນີນບັນດາມາດຕະການຂ້ຽວຂາດເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງລຽບຕາມຊາຍແດນທີ່ມີຄວາມຍາວ 911 ກມ ກັບ ຊີຣີ. ທ່ານຖືວ່າ: ຕວກກີ ກໍ່ແມ່ນເປົ້າໝາຍບຸກໂຈມຕີຂອງ IS ແລະ ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີບັນດາມາດຕະການປ້ອງກັນຄວາມສະຫງົບພາຍໃນປະເທດ.