ພົນເອກ ໂງຊວນລິກ ຕ້ອນຮັບ ເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດ ສະຫະພັນ ລັດເຊຍ

(VOVWORLD) - ທີ່ການຕ້ອນຮັບວັນທີ 25 ກໍລະກົດ ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນເອກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວນລິກ ເນັ້ນໜັກວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ ພວມພັດທະນານັບມື້ນັບດີງາມໃນທຸກບັນດາຂົງເຂດ, ໃນນັ້ນມີຂົງເຂດການຮ່ວມມືດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. 
ພົນເອກ ໂງຊວນລິກ ຕ້ອນຮັບ ເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດ ສະຫະພັນ ລັດເຊຍ  - ảnh 1ທ່ານເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດ ສະຫະພັນ ລັດເຊຍ Nikolai Patrushey ແລະ ພົນເອກ ໂງຊວນລິກ

ທ່ານ ພົນເອກ ໂງຊວນລິກຮັບຮູ້ສະພາບການຮ່ວມມືນັບມື້ນັບມີປະສິດທິຜົນ, ຕັ້ງໜ້າລະຫວ່າງ ກະຊວງປ້ອງກັນປະເທດ ຫວຽດນາມ ກັບສະພາປ້ອງກັນຄວາມສະຫງົບ ແຫ່ງຊາດ ສະຫະພັນລັດເຊຍ.

        ສ່ວນ ທ່ານເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດ ສະຫະພັນ ລັດເຊຍ Nikolai Patrushey ກໍ່ໄດ້ສະແດງຄວາມເຊື່ອໝັ້ນໃນໄລຍະຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງປະເທດໃຫ້ສືບຕໍ່ພັດທະນາ, ເຂົ້າສູລວງເລິກ, ບັນລຸໄດ້ໝາກຜົນຫຼາຍຢ່າງ, ພິເສດແມ່ນໃນຂົງເຂດການຮ່ວມມືດ້ານປ້ອງກັນຊາດ ຕາມຈິດໃຈບົດບັນທຶກຊ່ວຍຈຳລະຫວ່າງ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ສະຫະພັນລັດເຊຍທີ່ໄດ້ເຊັນປີ 2013.

ຕອບກັບ

ຂ່າວ/ບົດ​ອື່ນ