ພົນໂທຫງວຽນຈີ໋ວິ້ງຕ້ອນຮັບຮອງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ
ພົນໂທ ຫງວຽນຈີ໋ວິ້ງ ຕ້ອນຮັບທ່ານ Scot Marciel
(ພາບ: qdnd.vn)
(vovworld) - ຕອນເຊົ້າວັນທີ 29/8, ຢູ່ຮ່າໂນ້ຍ, ພົນໂທ ຫງວຽນຈີ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Scot Marciel ຮອງຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ, ຮັບຜິດຊອບອາຊີຕາເວັນອອກ - ປາຊີຝິກ - ກະຊວງການຕ່າງປະເທດອາເມລິກາ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ພົນໂທ ຫງວຽນຈີ໋ວິ້ງ ເນັ້ນໜັກວ່າ, ໃນຊຸ່ມປີມໍ່ໆມານີ້, ການພົວພັນລະຫວ່າງຫວຽດນາມ - ອາເມລິກາ ໄດ້ຮັບການພັດທະນາຕາມທ່າອ່ຽງນັບມື້ນັບດີຂຶ້ນ. ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ, ໃນນັ້ນການຮ່ວມມືປ້ອງກັນຊາດໄດ້ມີບາດກ້າວພັດທະນາໃໝ່ໃນບັນດາຂົງເຂດຄື: ຮ່ວມມືບຳລຸງສ້າງພະນັກງານ, ແລກປ່ຽນບົດຮຽນກູ້ຊ່ວຍມະນຸດສະທຳ, ການຮັບມືກັບໄພພິບັດທຳມະຊາດ…
ທ່ານ Scot Marciel ໄດ້ເຫັນດີເປັນເອກະພາບນຳກັນວ່າ, ໃນໄລຍະຈະມາເຖິງ, ສອງຝ່າຍຄວນເພີ່ມທະວີໃນບັນດາຂົງເຂດ: ແບ່ງປັນຂໍ້ມູນ, ແລກປ່ຽນຄະນະຜູ້ແທນການທະຫານຂັ້ນສູງ; ຍູ້ແຮງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ.