(ພາບ: laodong.com.vn)
(vovworld)- ວັນທີ 17/5, ກຳມະກອນດີເດັ່ນ 139 ຄົນໃນທົ່ວປະເທດ ໄດ້ເປັນກຽດຮັບລາງວັນຫງວຽນດຶກແກງ ຄັ້ງທີ 2 ປີ 2013. ທີ່ການພົບປະກັບຈຳນວນກຳມະກອນດັ່ງກ່າວໃນຕອນເຊົ້າວັນທີ 17/5 ທີ່ສຳນັກງານສູນກາງພັກ, ທ່ານເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາໄດ້ຕີລາຄາສູງຂະບວນການຮັກຊາດໂດຍສະຫະພັນໃຫ່ຍແຮງງານຫວຽດນາມ ປຸກລະດົມ ຊື່ງໄດ້ນຳມາເຊິ່ງບັນດາໝາກຜົນອັນແທດຈິງ. ລາງວັນຫງວຽນດຶກແກງ ແມ່ນການຮັບຮູ້ຄວາມມານະພະຍາຍາມສູ້ຊົນຂອງກຳມະກອນ, ນັກວິສາວະກອນທົ່ວປະເທດນັບລ້ານຄົນໃນການຜະລິດ, ພັດທະນາເສດຖະກິດ. ທ່ານເລຮົ່ງແອງ ຢືນຢັນວ່າ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ຊົນຊັ້ນ ກຳມະກອນໄດ້ອຸທິດສ່ວນ, ປະດິດສ້າງ:
“ແບບຢ່າງແຂ່ງຂັນແຕ່ລະຄົນ ລ້ວນແຕ່ມີຄວາມຮັກຊາດ ແລະ ຮັກລະບອບສັງຄົມນິຍົມ, ມີຄວາມອຸ້ມຊູຊ່ວຍເຫຼືອປະຊາຊົນ, ເພື່ອນສະຫາຍ ແລະ ເພື່ອນຮ່ວມກົມກອງ, ມີຄວາມຕັດສິນໃຈສ້າງຄວາມຮັ່ງມີໃຫ້ແກ່ຕົນເອງ ແລະ ປະເທດຊາດ, ມີເຈດຈຳນົງບື່ນຕົວຂຶ້ນກຳເອົາຄວາມຮູ້ໃໝ່ດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ມີຈິດໃຈເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍ, ຜ່ານຜ່າຄວາມທຸກຍາກລຳບາກເພື່ອອອກແຮງງານມີສະມັດຕະພາບ, ຄຸນນະພາບ ແລະ ປະສິດທິຜົນ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫ່ຍພັກຊຸດທີ 11 ຢ່າງມີໄຊ“.