(vovworld) – ຕອນຄໍ່າວັນທີ 30/12, ຢູ່ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໄດ້ຈັດພິທີພົບປະກັບນັກສຶກສາສາກົນ, ເນື່ອງໃນໂອກາດບຸນປີໃໝ່ສາກົນ 2015. ກ່າວຄຳເຫັນທີ່ການພົບປະ, ທ່ານຮອງສາດສະດາຈານ, ດ.ຣ ຫງວຽນກິມເຊີນ, ຮອງຫົວໜ້າມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ແບ່ງປັນວ່າ: ນັກສຶກສາສາກົນ 800 ຄົນພວມຮໍ່າຮຽນຢູ່ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ແມ່ນບັນດາທູດບົນເສັ້ນທາງຊອກຫາຄວາມຮູ້, ແມ່ນຂົວຕໍ່ສັນຕິພາບ, ຮ່ວມມື ແລະ ມິດຕະພາບລະຫວ່າງບັນດາປະເທດກັບຫວຽດນາມ ເວົ້າລວມ ແລະ ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ເວົ້າສະເພາະ. ທີ່ການພົບປະ, ບັນດານັກສຶກສາສາກົນ ແລະ ນັກສຶກສາຫວຽດນາມ ໄດ້ພ້ອມກັນສ້າງບັນຍາກາດຕ້ອນຮັບບຸນປີໃໝ່ຢ່າງຟົດຟື້ນ, ອົບອຸ່ນ ດ້ວຍບັນດາລາຍການຟ້ອນລຳທຳເພງທີ່ມີສີສັນຫຼາກຫຼາຍຂອງບັນດາພື້ນຖານວັດທະນະທຳທີ່ແຕກຕ່າງກັນ.