ພົບປະສັງສັນກັບແບບຢ່າງດີເດັ່ນຂອງບໍລິສັດໃຫຍ່ອຸດສາຫະກຳເຄມີບໍ່ແຮ່

ພົບປະສັງສັນກັບແບບຢ່າງດີເດັ່ນຂອງບໍລິສັດໃຫຍ່ອຸດສາຫະກຳເຄມີບໍ່ແຮ່ - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ທິ​ຢ​ວານ ທີ່​ການ​ຕ້ອນ​ຮັບ
(ພາບ: Nguyễn Hằng - VOV)

(vovworld) – ​ ​​​ຕອນ​ເຊົ້າ​ວັນ​ທີ 3/4, ທີ​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ທິ​ຢ​ວານ ມີ​ການ​ພົບ​ປ​ະ​ສັງ​ສັນ​ກັບ​ບັນ​ດາ​ຜູ້​ແທນ​ເຊິ່ງ​ແມ່ນ​ພະ​ນັກ​ງານຫຼັ​ກ​ແຫຼ່ງ ແລະ ບຸກ​ຄົນ​ດີ​ເດັ່ນ​ໃນ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ​ຂອງ​ບໍ​ລິ​ສັດ​ໃຫຍ່​ອຸດ​ສາ​ຫະ​ກຳ​ເຄ​ມີບໍ່​ແຮ່, ກຸ່ມ​ບໍ​ລ​ິ​ສັດ​ຖ່ານ​ຫີນ - ຊັບ​ພະ​ຍາ​ກອນ​ໂລ​ຫະ ຫວຽດ​ນາມ. ຜູ້​ແທນ 50 ຄົນ​ເຂົ້າ​ຮ່ວມ​ການ​ພົບ​ປະ​ສັງ​ສັນ​ແມ່ນ​ບັນ​ດາ​ພະ​ນັກ​ງານ​ຜູ້​ດີ​ເດັ່ນ, ທີ່​ຕາງ​ໜ້າ​ໃຫ້​ແກ່​ພະ​ນັກ​ງານ, ກຳ​ມະ​ກອນ 4.500 ຄົນ​ຂອງ​ບໍ​ລິ​ສັດ​ໃຫຍ່​ອຸດ​ສາ​ຫະ​ກຳ​ເຄ​ມີບໍ່​ແຮ່, ກຸ່ມ​ບໍ​ລ​ິ​ສັດ​ຖ່ານ​ຫີນ - ຊັບ​ພະ​ຍາ​ກອນ​ໂລ​ຫະ ຫວຽດ​ນາມ. ທີ່​ການ​ພົບ​ປະ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ເນັ້ນ​ໜັກ​ວ່າ: ໃນ​ສະ​ພາບ​ການ​ປະ​ເທດ​ຊາດ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ, ບໍ​ລິ​ສັດ​ໃຫຍ່​ຕ້ອງ​ກຳ​ແໜ້ນ​ກາ​ລະ​ໂອ​ກາດ, ສ້າງ​ໂຄງ​ປະ​ກອບ​ວິ​ສາ​ຫະ​ກິດ​ຄືນ​ໃໝ່, ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ​ເໝາະ​ສົມ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່, ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຍົກ​ສູງ​ສະ​ມັດ​ຕະ​ພາບ, ປະ​ສິດ​ທິ​ຜົນ​ແຮງ​ງານ.ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ກໍ່​ສະ​ເໜີ​ໃຫ້​ບໍ​ລິ​ສັດ​ໃຫຍ່​ອຸດ​ສາ​ຫະ​ກຳ​ເຄ​ມີບໍ່​ແຮ່​ຕັ້ງ​ໜ້າ ປະ​ຕິ​ບັດ​ຮູບ​ແບບ​ການ​ຜະ​ລິດ​ໃຫ້​ສົມ​ບູນ​ແບບ, ສືບ​ຕໍ່​ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ​ໃນ​ໄລ​ຍະ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ.

 


ຂ່າວ/ບົດ​ອື່ນ