ພົບປະອົງການສື່ມວນຊົນ ເນື່ອງໃນໂອກາດປີແຫ່ງ ຄວາມມິດຕະພາບ ຫວຽດນາມ - ກຳປູເຈຍ

ພົບປະອົງການສື່ມວນຊົນ ເນື່ອງໃນໂອກາດປີແຫ່ງ ຄວາມມິດຕະພາບ ຫວຽດນາມ - ກຳປູເຈຍ - ảnh 1
ທ່ານ ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ Vu Mao ກ່າວຄຳເຫັນນະພິທີ
(ພາບ: daibieunhandan.vn)

(vovworld) - ວັນ​ທີ 20/6, ສະມາຄົມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈ​ຍ ສົມທົບ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຈັດ​ຕັ້ງ​ງານ​ພົບ​ປະ​ກັບ​ສື່​ມວນ​ຊົນ ​ເນື່ອງ​ໃນ​ໂອກາດ​ປີ​ແຫ່ງ​ຄວາມ​ມິດຕະພາບ​ຫວຽດນາມ - ກຳ​ປູ​ເຈຍ. ​ເຂົ້າ​ຮ່ວມ​ການ​ພົບ​ປະ​ມີ​ທ່ານ ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ Vu Mao. ທ່ານ ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ Vu Mao ​ໃຫ້​ຮູ້​ວ່າ: ພ້ອມ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ລັດ ​ແລະ ລັດຖະບານ, ​ໃນ​ຕະຫຼອດ​ໄລຍະ 45 ປີຜ່ານມາ, ສະມາຄົມ​ມິດ​ຕະພາບ​ຫວຽດນາມ - ກຳປູ​ເຈຍ ຍາມ​ໃດ​ກໍ​ປະຕິບັດ​ວຽກ​ງານ​ຊຸກຍູ້​ສາຍ​ພົວພັນ​​ລະຫວ່າງ 2 ປະ​ເທດ​​ເປັນ​ຢ່າງ​ດີ, ດ້ວຍ​ບັນດາ​ການ​ກະທຳ​ທີ່​ລະອຽດ, ພິ​ເສດຖື​ເປັນ​ສຳຄັນ​ການ​ເຄື່ອນ​ໄຫວ​ມິດຕະພາບ​ລະຫວ່າງ​ບັນດາ​​ແຂວງ​ໃນເຂດ​ຊາຍ​ແດນ​ຫວຽດນາມ - ກຳປູ​ເຈ​ຍ. ນະ​ທີ່​ນີ້, ທ່ານ Vu Mao ​ໄດ້​ຊີ້​ແຈ້ງວ່າ: ສະມາຄົ​ມມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ພັດທະນາ​ຢ່າງ​​ເຂັ້ມ​ແຂງຄື​ປະຈຸ​ບັນ​ແມ່ນ​ມີ​ການ​ປະກອບສ່ວນ​ບໍ່​ໜ້ອຍ​ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ. ທ່ານ Vu Mao ​ເນັ້ນ​ໜັກ​ວ່າ:

“ບັນດາ​ພາຫະນະ​ສື່​ມວນ​ຊົນ ສວມ​ບົດບາດ​ສຳຄັນ​ເພື່ອ​ໂຄສະນາ​ບັນດາ​ເນື້ອ​ໃນ, ວຽກ​ງານ​ຂອງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈ​ຍ ​ເພື່ອ​ໃຫ້​ປະຊາຊົນ 2 ປະ​ເທດ​ໄດ້​ຮັບ​ຊາບ ​ແລະ ​ເຂົ້າ​ໃຈ​ໄດ້, ກໍ​ຄື​ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈ​ມິ​ດຕະພາບ​ຫວຽດນາມ - ກຳປູ​ເຈ​ຍ. ສື່​ມວນ​ຊົນ ​ແລະ​ ກໍ​ແມ່ນ​ຊ່ອງ​ສື່ສານ​ເພື່ອ​ໃຫ້​ປະຊາຊົນ​ຕິດຕາມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ, ​ເພີ່ມ​ເຕີມ, ປະກອບ​ຄຳ​ເຫັນ​ເພື່ອ​ໃຫ້​ສະມາຄົມ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ​ກ່ວາ.”

        ​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ຫວຽດນາມ - ກຳປູ​ເຈຍ​ໄດ້​ສະ​ເໜີ​ຕົວວາລະ​ຊົນ ​ເພື່ອ​ສະ​ເຫຼີ​ມສະຫຼອງ 45 ​ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ກຳ​ປູ​ເຈຍ.

ຂ່າວ/ບົດ​ອື່ນ