ຊາວດານັ້ງກະກຽມຮັບມືກັບພາຍຸເລກ 10
|
(Vovworld)- ທີ່ການປະຊຸມຮັບມືກັບພາຍຸເລກ 10 ເມື່ອຕອນທ່ຽງວັນທີ 29/9, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈຸງຫາຍ ໄດ້ຕັກເຕືອນວ່າ ນີ້ແມ່ນພາຍຸເປັນອັນຕະລາຍ ຍອ້ນລະດັບຄວາມແຮງສູງ ແລະ ຜິດປົກກະຕິ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈຸງຫາຍ ໄດ້ສະເໜີບັນດາທ້ອງຖິ່ນ, ບັນດາຫົວໜ່ວຍທີ່ມີໜ້າທີ່ຮັບຜິດຊອບຈົ່ງລະດົມທຸກກຳລັງທີ່ຈຳເປັນເພື່ອເປັນເຈົ້າການ ຮັບມືກັບພາຍຸເລກ 10. ໃນຈຸດເວລານີ້, ບັນດາທ້ອງຖິ່ນພາກກາງຈາກແຂວງກວາງບິງຫາກວາງງ້າຍ ກໍໄດ້ຫ້າມການເດີນທະເລ.
ແລະ ກໍໃນຕອນເຊົ້າວັນດຽວກັນ, ຄະນະຊີ້ນຳການປ້ອງກັນ ແລະ ຕ້ານພາຍຸນ້ຳຖ້ວມ, ຊອກຫາ, ກູ້ໄພກູ້ຊີບນະຄອນ ດານັ້ງກໍໄດ້ໂຮມປະຊຸມເພື່ອຮັບມືກັບພາຍຸເລກ 10. ທ່ານ ເລຢີວ້ອງ ຫົວໜ້າຫ້ອງວ່າການຄະນະຊີ້ນຳການປ້ອງກັນ ແລະ ຕ້ານພາຍຸນ້ຳຖ້ວມ, ຊອກຫາ, ກູ້ໄພກູ້ຊີບນະຄອນ ດານັ້ງ ໃຫ້ຮູ້ວ່າ :
“ ໃນຈຸດເວລານີ້, ພວກເຮົາໄດ້ຕິດຕໍ່ກັບເຮືອທຸກໆລຳບົນທະເລ, ແລະ ເຮືອທັງໝົດເຫຼົ່ານັ້ນ ໄດ້ກັບມາຮອດຝັ່ງດ້ວຍຄວາມປອດໄພ. ຮອງປະທານຄະນະກຳມະການປະຊາຊົນນະຄອນໄດ້ຊີ້ນຳກຳລັງປ້ອງກັນຊາຍແດນສົມທົບກັບເມືອງຕ່າງໆ ເພື່ອໜູນຊ່ວຍປະຊາຊົນພ້ອມແລ້ວ ຮັບມືກັບພາຍຸ ”
ສ່ວນຢູ່ແຂວງ ເທືອ່ທຽນເຫ້ວ, ໃນຕອນເຊົ້າວັນດຽວກັນ, ຄະນະຊີ້ນຳການປ້ອງກັນ ແລະ ຕ້ານພາຍຸນ້ຳຖ້ວມ, ຊອກຫາ, ກູ້ໄພກູ້ຊີບແຂວງ ໄດ້ສະເໜີບັນດາທ້ອງຖິ່ນ ແລະ ບັນດາຫົວໜ່ວຍທີ່ມີໜ້າທີ່ຮັບຜິດຊອບ ລົງກວດກາບັນດາອ່າງເກັບນ້ຳຊົນລະປະທານ, ເຂື່ອນໄຟຟ້ານ້ຳຕົກໃນບໍລິເວນແຂວງ. ກະກຽມກຳລັງ, ວັດຖຸ, ພາຫະນະອຸປະກອນເພື່ອແກ້ໄຂຄວາມຕິດຂັດເມື່ອເກີດຂຶ້ນ. ທ່ານຫວຽນລຽມ ປະທານຄະນະກຳມະການປະຊາຊົນ ຕາແສງ ຫາຍເຢືອງ ເທດສະບານ ເຮືອງຈາ ແຂວງ ເທືອ່ທຽນເຫ້ວ ໃຫ້ຮູ້ວ່າ :
“ ເພື່ອຮັບມືກັບພາຍຸເລກ 10, ທາງຕາແສງໄດ້ມີແຜນການຍົກຍ້າຍບັນດາຄອບຄົວຢູ່ຕາມສະຖານທີ່ເປັນອັນຕະລາຍ. ຈຳນວນຄອບຄົວຍົກຍ້າຍເທື່ອນີ້ ຄາດວ່າແມ່ນ 56 ຄອບຄົວ ແລະ ທາງຕາແສງພວມເຮັດວຽກງານຂົນຂວາຍ, ຖ້າຫາກມີຄຳສັ່ງຈາກແຂວງ , ພວກຂ້າພະເຈົ້າຈະດຳເນີນການຍົກຍ້າຍພໍ່ແມ່ປະຊາຊົນໄປຍັງແຫ່ງທີ່ປອດໄພເພື່ອຫຼົບພາຍຸ