(VOVWORLD) - ໃນວັນທີ 23 ກຸມພາ, ອາບການິດສະຖານ, ປາກິດສະຖານ, ຕວັກກີ, ອາເມເນຍ, ອີຣັກ ແລະ ກູເວດ ໄດ້ປະກາດປິດປະຕູບັນດາດ່ານຊາຍແດນ ຕິດກັບ ອີຣານ ແລະ ໂຈະຖ້ຽວບິນຕ່າງໆເຊິ່ງແມ່ນຄວາມມານະພະຍາຍາມສະກັດກັ້ນການແຜ່ລະບາດຂອງ CoVid – 19.
ຊາວອີີຣານໃສ່ຜ້າອັດປາກ - ດັງ ຢູ່ນະຄອນຫຼວງ ເຕເຮຣານ (ພາບ: AP) |
ວັນທີ 23 ກຸມພາ, ກະຊວງສາທາລະນະສຸກ ອີຣານ ໄດ້ແຈ້ງໃຫ້ຊາບວ່າ ມີຜູ້ເສຍຊີວິດຕື່ມອີກ 8 ຄົນ ຍ້ອນໂລກລະບາດ Covid-19 ແລະ ຜູ້ຕິດເຊື້ອ SARS – CoV – 2 ຕື່ມອີກ 15 ຄົນ ເຮັດໃຫ້ມີຈຳນວນຜູ້ຕິດເຊື້ອພະຍາດເພີ່ມຂຶ້ນເປັນ 43 ຄົນ. ບັນດາຜູ້ຕິດເຊື້ອດັ່ງກ່າວແມ່ນດຳລົງຊີວິດຢູ່ບັນດານະຄອນ: Qom, Tehran, Gilan, Markazi ແລະ Tonekabon.