ພາຍຸ Lekima ຢູ່ຈີນ ເຮັດໃຫ້ 28 ຄົນເສຍຊີວິດ

(VOVWORLD) -ປະຊາຊົນປະມານ 01 ລ້ານຄົນ ຕ້ອງຍົກຍ້າຍໄປເຂດທີ່ປອດໄພ ແລະ ເກືອບ 5 ລ້ານຄົນຢູ່ແຂວງເຈື້ອຈຽງ ຖືກຜົນສະທ້ອນ.

        ຕາມຕົວເລກທີ່ໄດ້ອັບເດັດໃນຕອນເຊົ້າວັນທີ 11 ສິງຫາ ຂອງ ອໍານາດການປົກຄອງແຂວງ ເຈື້ອຈຽງ, ທາງພາກຕາເວັນອອກຂອງ ຈີນ ແລ້ວ, ມີຢ່າງໜ້ອຍສຸດ 28 ຄົນ ຖືກເສຍຊີວິດ ແລະ 20 ຄົນຖືກຫາຍສາບສູນ ເມື່ອ ພາຍຸ Lekima ພັດຖະຫຼົ່ມໃສ່ແຂວງດັ່ງກ່າວ. ອົງການຄວບຄຸມໄພນໍ້າຖ້ວມ ຂອງແຂວງໃຫ້ຮູ້ວ່າ ປະຊາຊົນປະມານ 01 ລ້ານຄົນ ຕ້ອງຍົກຍ້າຍໄປເຂດທີ່ປອດໄພ ແລະ ເກືອບ 5 ລ້ານຄົນຢູ່ແຂວງນີ້ ຖືກຜົນສະທ້ອນ. ພາຍຸ Lekima ໄດ້ພັດຖະຫຼົ່ມເຂົ້າແຂວງດັ່ງກ່າວໃນຕອນເຊົ້າວັນທີ 10 ສິງຫາ ແລະ ໄດ້ເກີດມີຜົນຕົກໜັກ ເຮັດໃຫ້ນໍ້າຖ້ວມຢ່າງຮ້າຍແຮງ. ພາຍຸ Lekima ແມ່ນພາຍຸລູກແຮງທີ່ສຸດນັບແຕ່ປີ 2014 ມາຮອດປັດຈຸບັນ ແລະ ແມ່ນພາຍຸລູກທີ 9 ທີ່ພັດຖະຫຼົ່ມເຂົ້າ ຈີນ ໃນລະດູຝົນປີນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ