ພຽງຢາງກ່າວຫາອາເມລິກາກໍ່ຄວາມເຄັ່ງຕຶງໃນແຫຼມເກົາຫຼີ
ທ່ານຮອງລັດຖະມົນຕີການຕ່າງປະເທດ ສ.ປ.ປເກົາຫຼີ Pak Kil Yon
ທີ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ
(ພາບ : AP)
|
(Vovworld)- ບັນດານະໂຍບາຍເປັນປໍລະປັກຂອງອາເມລິກາແມ່ນສາຍເຫດ ພາໃຫ້ສືບຕໍ່ມີຄວາມເຄັ່ງຕຶງໃນແຫຼມເກົາຫຼີ ແລະ ຄວນຢຸດຕິການເຄື່ອນໄຫວຂອງກອງບັນຊາການແຫ່ງສະຫະປະຊາຊາດຢູ່ພາກພື້ນນີ້. ນີ້ແມ່ນຄຳຖະແຫຼງ ຂອງທ່ານຮອງລັດຖະມົນຕີການຕ່າງປະເທດ ສ.ປ.ປເກົາຫຼີ Pak Kil Yon ທີ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດຄັ້ງທີ່ 68 ຊຶ່ງຈັດຂຶ້ນຢູ່ ອາເມລິກາ. ກ່າວຄຳເຫັນທີ່ການເຮັດວຽກມື້ສຸດທ້າຍຂອງວາລະປະຊຸມຂັ້ນສູງ ສະມັດຊາໃຫຍ່ ສະຫະປະຊາຊາດຄັ້ງທີ່ 68 , ທ່ານຮອງລັດຖະມົນຕີການຕ່າງປະເທດ ສ.ປ.ປເກົາຫຼີ Pak Kil Yon ຖືວ່າ ອາເມລິກາພວມມີເຈດຈຳນົງ ຈັດວາງດ້ານການທະຫານທີ່ ມີຕໍ່ເຂດ ອາຊີຕາເວັນອອກສ່ຽງເໜືອ ແລະ ໄດ້ກຳນົດ ສ.ປ.ປເກົາຫຼີ ແມ່ນເປົ້າໝາຍບຸກໂຈມຕີ. ທ່ານຢືນຢັນວ່າ ອາເມລິກາພວມສວຍໃຊ້ສິດອຳນາດຂອງ ສະພາ ຄວາມໝັ້ນຄົງສະຫະປະຊາຊາດ ແລະ ມະຕິຊຶ່ງອົງການນີ້ຮັບຮອງເອົາເມືອ່ເດືອນມັງກອນຜ່ານມາເພື່ອ ເພີ່ມທະວີຄຳສັ່ງ ລົງໂທດຕ້ານ ສ.ປ.ປເກົາຫຼີ ຍ້ອນກໍລະນີຍິງລູກສອຍໄຟ ໄລຍະໄກ ແມ່ນບໍ່ຍຸຕິທຳ.