ພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດເປັນຂົວຕໍ່ເພີ່ມທະວີນ້ຳໃຈມິດຕະພາບກັບໂລກ
ທ່ານ ຟ້າມບີງມິງ ຮັບຂອງຂວັນຈາກ
ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ
(vovworld) - ຕອນເຊົ້າວັນທີ 12/11, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນໂລກກ່ວາ 500 ຄົນເຂົ້າຮ່ວມພິທີໄຂກອງປະຊຸມຊາວ ຫວຽດນາມ ຢູ່ຕ່າງປະເທດໃນໂລກຄັ້ງທີ 3 ເຊິ່ງດຳເນີນໄປຢູ່ນະຄອນ ໂຮ່ຈີມິນ ໃນລະຫວ່າງວັນທີ 12 – 13/11, ກອງປະຊຸມປຶກສາຫາລືບັນດາບັນຫາຂອງນະຄອນ ໂຮ່ຈີມິນ - ໃຈກາງເສດຖະກິດຂອງທົ່ວປະເທດ ແລະ ແມ່ນທ້ອງຖິ່ນດຶງດູດເງິນຕາການລົງທຶນ, ປະກອບສ່ວນຈາກນັກຊ່ຽວຊານປັນຍາຊົນ ຫວຽດນາມ ຢູ່ຕ່າງປະເທດຫລາຍທີ່ສຸດໃນທົ່ວປະເທດ. ຈາກນັ້ນ, ປຸກລະດົມ, ເສີມຂະຫຍາຍສະຕິປັນຍາຂອງນັກປັນຍາຊົນ, ນັກທຸລະກິດເປັນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຊອກຫາມາດຕະການ ທີ່ມີປະສິດທິຜົນ ແລະ ແທດຈິງໃຫ້ບັນດາບັນຫາຮີບເຮັ່ງກໍ່ຄືຍາວນານຂອງນະຄອນ ໂຮ່ຈີມິນ, ນຳນະຄອນກາຍເປັນຮູບແບບໃຫ້ວຽກງານຂົນຂວາຍ, ສ້າງນະໂຍບາຍ ປຸກລະກົມການປະກອບສ່ວນຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ເນັ້ນໜັກວ່າ ພັກ ແລະ ລັດ ກຳນົດພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກປະເທດໄດ້, ເປັນຂົວຕໍ່ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ກັບບັນກາປະເທດ. ທ່ານ ຟ້າມບີງມິງ ສະເໜີວ່າ
“ຂ້າພະເຈົ້າສະເໜີບັນດາຜູ້ແທນພາຍໃນປະເທດ ແລະ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດແລກປ່ຽນ, ແບ່ງປັນບົດຮຽນຂອງຕົນ, ບົດຮຽນຂອງບັນດາປະເທດຢ່າງແທດຈິງ, ສະເໜີມາດຕະການແກ້ໄຂທຸກຂົງເຂດຂອງນະຄອນ. ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາບົດປະກອບຄວາມເຫັນຢ່າງສຸດຈິດສຸດໃຈທີ່ກອງປະຊຸມນີ້ ຈະນຳມາໃຫ້ແນວຄວາມຄິດໃໝ່ຫລາຍຢ່າງ, ບັນດາຂໍ້ສະເໜີເປັນໄປໄດ້ ແລະ ແທດຈິງ”.