(VOVWORLD) - ກອງປະຊຸມສຳມະນາວິທະຍາສາດລະດັບຊາດດ້ວຍຫົວຂໍ້ “ແຫຼ່ງກຳລັງ ແລະ ກຳລັງໜູນໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ ໃນເງື່ອນໄຂຮັບມືໂດຍປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນ ວິໄສທັດລະດັບຊາດ ແລະ ທ້ອງຖິ່ນ” ຈັດຂຶ້ນຢູ່ຮ່າໂນ້ຍ.
ທ່ານຫງວຽນຊວັນທັງ ປະທານສະພາທິດສະດີສູນກາງກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: Thanh Vân/TTXVN )
ວັນທີ 28 ມີນາ, ຢູ່ນະຄອນຮ້າລອງ, ແຂວງກງາງນິງ, ສະພາທິດສະດີສູນກາງ, ຄະນະບັນນາທິການວາລະສານກອມມູນິດ ແລະ ຄະນະພັກແຂວງກວາງນິງ ໄດ້ສົມທົບກັນຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດດ້ວຍຫົວຂໍ້ “ແຫຼ່ງກຳລັງ ແລະ ກຳລັງໜູນໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ ໃນເງື່ອນໄຂຮັບມືໂດຍປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນ ວິໄສທັດລະດັບຊາດ ແລະ ທ້ອງຖິ່ນ”.
ບັນດາຄຳເຫັນທີ່ກອງປະຊຸມສຳມະນາ ໄດ້ປຶກສາຫາລືກ່ຽວກັບບັນດາບົດຮຽນຖອດຖອນມາໄດ້ພາຍຫຼັງໂລກລະບາດ ແລະ ຖືວ່າ, ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມຢ່າງມີປະສິດທິຜົນ, ບັນດາບ້ວງເງິນກະຕຸ້ນ ຄວນສຸມໃສ່ແກ້ໄຂບັນດາຂໍ້ຕິດຂັດດ້ານລະບຽບການ ເພື່ອໃຫ້ຜູ້ອອກແຮງງານມີຊີວິດການເປັນຢູ່ເປັນປົກກະຕິ. ບັນດາຜູ້ແທນໄດ້ຕີລາຄາສູງບ້ວງເງິນໜູນຊ່ວຍ 350.000 ຕື້ດົ່ງໃຫ້ແກ່ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ 2022-2023.
ບັນດາບົດປະກອບຄຳເຫັນໄດ້ລົງເລິກວິເຄາະການທະລຸລ່ວງບັນດາແຫຼ່ງກຳລັງລະອຽດຄື: ແຫຼ່ງກຳລັງການເງິນຂອງລັດ, ທີ່ດິນ, ຊັບພະຍາກອນມະນຸດ, ເຕັກໂນໂລໂຊີ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ; ແຫຼ່ງກຳລັງສັງຄົມ, ຮັບປະກັນຊີວິດສັງຄົມ; ແຫຼ່ງຊັບພະຍາກອນວັດທະນະທຳ; ການພັດທະນາເສດຖະກິດທະເລ, ການຟື້ນຟູການທ່ອງທ່ຽວ….