ທ່ານປະທານາທິບໍດີປະເທດນີ້ Rodrigo Duterte
|
(vovworld) - ໃນການກະທຳຫຍັບມໍ່ໃກ້ກັບເລື່ອງສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ມີຜົນສັກສິດຢູ່ ຟີລິບປິນ ນັ້ນ, ວັນທີ 1/3, ທ່ານປະທານາທິບໍດີປະເທດນີ້ Rodrigo Duterte ໄດ້ລົງນາມເອກະສານດັ່ງກ່າວຢ່າງເປັນທາງການ. ທ່ານ Loren Legarda, ສະມາຊິກສະພາສູງ, ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບເອກະສານໃຫ້ສັດຕະຍາບັນສັນຍາປາຣີ ຈາກທຳນຽບປະທານາທິບໍດີ, ສະພາສູງຕ້ອງຮັບຮອງເອົາສັນຍາດັ່ງກ່າວໂດຍໄວ ເພື່ອຈາກນັ້ນຈະອະນຸຍາດໃຫ້ ມານີລາ ສຳຜັດກັບກອງທຶນອາກາດສະອາດ (GCF) ໜູນຊ່ວຍບັນດາປະເທດທຸກຍາກຮັບມືກັບສະພາບອຸ່ນຂຶ້ນຂອງໜ່ວຍໂລກ.
ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ Duterte ກ່າວເຕືອນຈະບໍ່ເຊັນສັນຍາ ປາຣີ ແລະ ຖືວ່າ ຂໍ້ຕົກລົງນີ້ແມ່ນເຂົ້າຂ້າງບັນດາປະເທດອຸດສາຫະກຳ ກໍ່ຄືສົ່ງຜົນເສຍຫາຍເຖິງບັນດາຄວາມມານະພະຍາຍາມຫັນເປັນປະເທດອຸດສາຫະກຳຂອງ ຟີລິບປິນ.